(vovworld) – ຕອນຄຳ່ວັນທີ 31/3, ຢູ່ເກາະ ກາດບ່າ (ນະຄອນຫາຍຟ່ອງ), ໄດ້ດຳເນີນພິທີສະເຫຼີມສະຫຼອງ 57 ປີແຫ່ງວັນປະທານ ໂຮ່ຈີມິນ ໄປຢ້ຽມຢາມບ້ານ ກາດຫາຍ, ກາດບ່າ (31/3/1959 – 31/3/2016), ວັນມູນເຊື້ອຂອງຂະແໜງສິນໃນນຳ້ ຫວຽດນາມ (1/4) ແລະ ເປີດສະຫຼອງການທ່ອງທ່ຽວ ກາກບ່າ 2016. ກາດບ່າຂຶ້ນກັບເມືອງເກາະ ກາດຫາຍ ແລະ ເປັນໜຶ່ງໃນເກາະ 3 ແຫ່ງໃຫຍ່ສຸດຂອງ ຫວຽດນາມ, ຫາງຈາກໃຈກາງນະຄອນຫາບຟ່ອງ ໄປທາງທິດຕາເວັນອອກ 60 ກມ ແລະ ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ 150 ກມ. ເກາະ ກາດບ່າ ້ເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດຢູ່ເຂດຕາເວັນອອກສ່ຽງເໜືອຂອງປະເທດຊາດ, ແມ່ນເຂດສະສົມຊີວະນາໆພັນຂອງໂລກ ດ້ວຍທັດສະນີຍະພາບທີ່ສວຍງາມ. ທີ່ພິທີໄຂ, ທ່ານ ຟ້າມວັນຮ່າ, ປະທານຄະນະກຳມະການປະຊາຊົນເມືອງ ກາດຫາຍ, ນະຄອນ ຫາຍຟ່ອງ, ຢັ້ງຢືນວ່າ:
“ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນເມືອງ ກາດຫາຍ ຕັດສິນໃຈສຸ້ຊົນ, ກໍ່ສ້າງໝູ່ເກາະ ກາດຫາຍ ໃຫ້ກາຍເປັນ ກາດບ່າຂຽວ, ກໍ່ສ້າງເມືອງເກາະກາດຫາຍ ໃຫ້ກາຍເປັນເຂດທ່ອງທ່ຽວ, ເປັນທ່າກຳ່ປັ່ນທະເລສຳຄັນຂອງນະຄອນ ຫາຍຟ່ອງ ແລະ ບັນດາແຂວງທາງພາກເໜືອ.”
ປີ 2016, ເມືອງ ກາດຫາຍ ສຸ້ຊົນບັນລຸຈຸດໝາຍດຶງດູດແຂກທ່ອງທ່ຽວໃຫ້ໄດ້ກ່ວາ 1,65 ລ້ານເທື່ອຄົນ ແລະ ລາຍຮັບຈາກການທ່ອງທ່ຽວ ແລະ ການບໍລິການກ່ວາ 825 ຕື້ດົ່ງ. ໃນຫຼາຍປີມານີ້, ກາດບ່າ ພວມຄ່ອຍໆກາຍເປັນສະຖານທີ່ທ່ອງທ່ຽວທີ່ລຶ້ງເຄີຍກັບແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ທ່ານ ຫວູດັງຮ່າ, ແຂກທ່ອງທ່ຽວເຄີຍມາຢ້ຽມຢາມ ກາດບ່າ ເປັນຫຼາຍຄັ້ງ, ໃຫ້ຮູ້ວ່າ:
“ແຂກທ່ອງທ່ຽວຈາກທຸກແຫ່ງມາແຫ່ງນີ້ເປັນຈຳນວນຫຼວງຫຼາຍ ແລະ ນີ້ກາຍເປັນສະຖານທີ່ທ່ອງທ່ຽວຕົ້ນຕໍ່ຂອງ ຫາຍຟ່ອງ. ຂ້າພະເຈົ້າໄດ້ໄປຢ້ຽມຢາມ ກາດແບ່ວ, ເກາະ ລີງ, ທິວທັດທຳມະຊາດຢູ່ທີ່ນີ້ງາມຫຼາຍ, ນຳ້ທະເລຂຽວ, ສະອາດ, ອາຫານທະເລແຊບ, ສົດ ແລະ ລາຄາເໝາະສົມ. ປະຊາຊົນຢູ່ທີ່ນີ້ກໍ່ຮັກແພງແຂກຄົນທີ່ສຸດ.”
ເນື່ອງໃນໂອກາດນີ້, ເມືອງ ກາດຫາຍ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງຄື: ງານວາງສະແດງແຜນທີ່ ແລະ ເອກະສານ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ - ບັນດາພະຍານຫຼັກຖານດ້ານປະຫວັດສາດ ແລະ ນິຕິກຳ”, ງານຕະຫຼາດນັດວາງສະແດງການຄ້າ - ການທ່ອງທ່ຽວ - ສິນໃນນຳ້ ກາດບ່າ.