ສະເຫຼີມສະຫຼອງ65ປີແຫ່ງວັນມູນເຊື້ອສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ
ທ່ານຮອງປະທານ, ທັງເປັນເລຂາທິການໃຫຍ່ສະຫະພັນ
ບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ດົນຕ໋ວນຟອງ
(ພາບປະກອບ: TTXVN)
(vovworld) – ມີການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (17/11/1950 – 17/11/2015), ນີ້ແມ່ນຂໍ້ມູນຂ່າວເຊິ່ງທ່ານຮອງປະທານ, ທັງເປັນເລຂາທິການໃຫຍ່ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ດົນຕ໋ວນຟອງ ຍົກອອກມາ ທີ່ການພົບປະກັບສື່ມວນຊົນໃນວັນທີ 29/10, ຢູ່ຮ່າໂນ້ຍ. ຕາມນັ້ນແລ້ວ, ມີການເຄື່ອນໄຫວຫຼາຍຢ່າງຈະຖືກຈັດຕັ້ງຄື: ການພົບປະແລກປ່ຽນຄວາມເຫັນກ່ຽວກັບການເຄື່ອນໄຫວສັນຕິພາບ, ສາມັກຄີ, ມິດຕະພາບ; ຈັດຕັ້ງການເຄື່ອນໄຫວກັບຄືນກົກເຄົ້າເຫງົ້າກໍ, ຢ້ຽມຢາມເຂດປູຊະນີຍະສະຖານປະຕິວັດ; ງານຊຸມນຸມສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ; ງານພົບປະແລກປ່ຽນວັດທະນະທຳກັບເພື່ອນມິດສາກົນຢູ່ຮ່າໂນ້ຍ…
ທ່ານຮອງປະທານ, ທັງເປັນເລຂາທິການໃຫຍ່ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ດົນຕ໋ວນຟອງ ໃຫ້ຮູ້ວ່າ, ໃນຊຸມປີຜ່ານມາ, ດ້ວຍບົດບາດເປັນອົງການການເມືອງ - ສັງຄົມສະເພາະກິດກ່ຽວກັບວຽກງານການຕ່າງປະເທດປະຊາຊົນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ມີບັນດາບາດກ້າວພັດທະນາຢ່າງແຮງ, ມີການປະກອບສ່ວນສຳຄັນຫຼາຍຢ່າງໃຫ້ວຽກງານການຕ່າງປະເທດເວົ້າສະເພາະ ແລະ ພາລະກິດປ່ຽນໃໝ່, ພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດເວົ້າລວມ…