ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກົມການຂ່າວ,ກະຊວງການຕ່າງປະເທດ
ຫົວໜ້າກົມການຂ່າວ ກະຊວງການຕ່າງປະເທດ ເລຫາຍບີງ
(vovworld) - ຕອນເຊົ້າວັນທີ 13/12, ຢູ່ ຮ່າໂນ້ຍ, ກົມການຂ່າວ ກະຊວງການຕ່າງປະເທດ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ (1946 – 2016) ໃນຕະຫລອດ 70 ປີຜ່ານມາ, ວຽກງານສື່ສານຕ່າງປະເທດໄດ້ປະກອບສ່ວນສົມກັບພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ, ທຳລາຍວົງປິດລ້ອມການຂວ້ຳບາດ, ສ້າງການພົວພັນເປັນປົກກະຕິ ແລະ ສ້າງຕັ້ງການພົວພັນກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ. ກ່າວຄຳເຫັນທີ່ພິທີ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວກຢຸງ ຖືວ່າ:
“ໃນສະພາບການຕົວຈິງໄດ້ຮຽກຮ້ອງຕ້ອງມີຖັນແຖວພະນັກງານສື່ການຂ່າວຕ່າງປະເທດ ທັງມີຄຸນນະທາດ, ທັງມີຄວາມວ່ອງໄວ ມີຫົວຄິດປະດິດສ້າງ, ທັງຮູ້ຈັກສືບທອດປະສົບການ, ດ້ານສື່ສານຂອງບັນດາລຸ້ນກ່ອນ. ພ້ອມກັນນັ້ນ ທັງເສີມຂະຫຍາຍບັນດາທ່າແຮງຂອງກຳລັງໜຸ່ມ ຮູ້ຈັກໝູນໃຊ້ຢ່າງມີວິທະຍາສາດ, ປະດິດສ້າງ ທີ່ເຕັກໂນໂລຢີ, ຂໍ້ມູນຂ່າວສານ, ອິນເຕີແນັດ ແລະ ບັນພາຫະນະສື່ສານທັນສະໄໝ, ເຄືອຂ່າຍສັງຄົມນຳມາໃຫ້ ແລະ ວຽກງານຕໍ່ສູ້ກັບຫາງສຽງ, ສ້າງພາບພົດຂອງປະເທດຊາດ. ”