ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ອິນໂດເນເຊຍແລະຝຣັ່ງ
ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ
(ພາບ: antv.gov.vn)
(vovworld) – ຕອນຄ່ຳວັນທີ 18/12, ຢູ່ນະຄອນຫຼວງ Jakarta, ສະຖານທູດ ຫວຽດນາມ ແລະ ຫ້ອງການທູດການທະຫານ ສະຖານທູດຫວຽດນາມ ປະຈຳ ອິນໂດເນເຊຍ ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944 – 22/12/2014) ຢ່າງສົມກຽດ. ກ່າວຄຳເຫັນທີ່ພິທີ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຫງວຽນດຊວນຖູຍ ຊີ້ແຈ້ງວ່າ: ຈຳເປັນຕ້ອງສ້າງກອງທັບເປັນທັນສະໄໝ, ພັດທະນາກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນດ້ານການທະຫານເໝາະສົມກັບເງື່ອນໄຂ ແລະ ການພັດທະນາຂອງປະເທດຊາດກໍ່ຄືການພົວພັນກັບປະເທດຕ່າງໆໃນສະຕະວັດທີ 21, ທ່ານຢັ້ງຢືນຄືນໃໝ່ວ່ານະໂຍບາຍພົວພັນຕ່າງປະເທດປ້ອງກັນຊາດຂອງ ຫວຽດນາມ ແມ່ນບໍ່ເຂົ້າຮ່ວມສຳພັນທະມິດການທະຫານ ຫຼື ຮ່ວມສຳພັນກັບບັນດາປະເທດອື່ນເພື່ອຕ້ານຄືນປະເທດທີ 3 ແລະ ບໍ່ອະນຸຍາດໃຫ້ກອງທັບຕ່າງປະເທດຕັ້ງທັບໃນຜືນແຜ່ນດິນ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ: ລັດຖະບານ ແລະ ກອງທັບປະຊາຊົນ ຫວຽດນາມ ຕີລາຄາສູງການຮ່ວມມື, ໜູນຊ່ວຍ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງ 2 ປະເທດ ແລະ ກອງທັບ 2 ປະເທດ, ຖືວ່າ: ການພົວພັນຢ່າງແໜ້ນແຟ້ນລະຫວ່າງກອງທັບ ຫວຽດນາມ ແລະ ອິນໂດເນເຊຍ ແມ່ນຂົວຕໍ່ປະກອບສ່ວນຮັດແໜ້ນການພົວພັນມິດຕະພາບ, ທີ່ເປັນມູນເຊື້ອລະຫວ່າງກອງທັບ ແລະ ປະຊາຊົນ 2 ປະເທດໂດຍປະທານ ໂຮ່ຈີມິນ ແລະ ປະທານາທິບໍດີ Sukarno ສ້າງຕັ້ງ ແລະ ເພີ່ມພູນຄູນສ້າງ.
ແລະກໍ່ໃນຕອນຄ່ຳວັນທີ 18/12, ຢູ່ ປາຣີ, ປະເທດ ຝຣັ່ງ ກໍ່ດຳເນີນພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ແລະ 25 ປີແຫ່ງວັນທົ່ວປວງຊົນປ້ອງກັນປະເທດ.