ທ່ານ ຫງວຽນເຕີມຈ໋ຽນ ປະທານສະມາຄົມ
ມິດຕະພາບ ຫວຽດນາມ - ອາເມລະກາ
(ພາບອິນເຕີແນັດ)
(vovworld) – ວັນທີ 17/10, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ສະມາຄົມມິດຕະພາບ ຫວຽກນາມ - ອາເມລິກາ ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ (17/10/1945 – 17/10/2014). ນີ້ກໍ່ແມ່ນສະມາຄົມມິດຕະພາບ 2 ຝ່າຍທຳອິດຂອງປະຊາຊົນ ຫວຽດນາມ ກັບປະຊາຊົນບັນດາປະເທດໃນທົ່ວໂລກ.
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຫງວຽນເຕີມຈ໋ຽນ ປະທານສະມາຄົມມິດຕະພາບ ຫວຽດນາມ - ອາເມລະກາ ເນັ້ນໜັກວ່າ: 70ປີຜ່ານມານັບແຕ່ເມື່ອສ້າງຕັ້ງ, ສະມາຄົມມິດຕະພາບ ຫວຽດນາມ - ອາເມລິກາ ໄດ້ມີບັນດາການເຄື່ອນໄຫວທີເໝາະສົມກັບສະພາວະຂອງແຕ່ລະໄລຍະປະຫວັດສາດຂອງ ຫວຽດນາມ ແລະ ການພົວພັນ 2 ປະເທດ ຫວຽດນາມ - ອາເມລິກາ. ໃນໄລຍະປະຈຸບັນ, ສະມາຄົມມິດຕະພາບ ຫວຽດນາມ - ອາເມລິກາ, ດ້ວຍ 7 ສາຂາສະມາຄົມ ຢູ່ບັນດາແຂວງ ນະຄອນ, ສືບຕໍ່ຍູ້ແຮງຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ເພີ່ມທະວີຄວາມເຂົ້າໃຈໃນປະຊາຊົນ ທຸກຊັນວັນນະ 2 ປະເທດ, ພິເສດແມ່ນລຸ້ນໜຸ່ມ, ມຸ່ງໄປເຖິງການພົວພັນເພື່ອນມິດ ແລະ ຮ່ວມມືນັບມື້ນັບດີງາມ.