ພາບປະກອບ
|
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 86 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930 – 3/2/2016) ແລະ ບຸນປີໃໝ່ປະຈຳຊາດປີວອກ 2016, ຕອນເຊົ້າວັນທີ 3/2, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ວາງພວງມາລາ, ເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ ແລະ ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວາລີບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ.
ໜັງສືພິມໃຫຍ່ຕ່າງໆຂອງ ຫວຽດນາມ ສະບັບອອກວັນທີ 3/2 ລ້ວນແຕ່ມີແຖວຕົວໜັງສື: ສະເຫຼີມສະຫຼອງ 86 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930 – 3/2/2016). ໜັງສືພິມ ເຍີນເຢີນ (ກະບອກສຽງຂອງພັກກອມມູນິດ ຫວຽດນາມ) ມີບົດນຳດ້ວຍຫົວຂໍ້ວ່າ: “ຍາມໃດກໍມີຄວາມຮັກແພງ, ຄວາມເຊື່ອໝັ້ນຕໍ່ພັກ”. ບົດນຳໄດ້ຢັ້ງຢືນວ່າ: 86 ປີແຫ່ງການນຳພາການປະຕິວັດ, ພັກກອມມູນິດ ຫວຽດນາມ ຍາມໃດກໍ່ສົມເປັນກອງປະຈັນບານຂອງຊົນຊັ້ນກຳມະກອນ, ຂອງປະຊາຊົນຜູ້ອອກແຮງງານ ແລະ ຂອງທົ່ວປວງຊົນທັງຊາດ. ເພື່ອບັນລຸໄດ້ສິ່ງດັ່ງກ່າວ, ທົ່ວພັກ ຕ້ອງເອົາໃຈໃສ່ເບີ່ງແຍງເຖິງການກໍ່ສ້າງ, ປັບປຸງພັກເປັນປະຈຳ, ພິເສດແມ່ນໃນເງື່ອນໄຂພັກກອມມູນິດ ຫວຽດນາມ ແມ່ນພັກກຳອຳນາດ ໜຶ່ງດຽວ, ເຄື່ອນໄຫວໃນສະພາບແວດລ້ອມແຫ່ງການພັດທະນາພື້ນຖານເສດຖະກິດຢ່າງຄົບຖ້ວນ, ຄົບຊຸດຕາມບັນດາກົດເກນຂອງເສດຖະກິດການຕະຫຼາດ, ພ້ອມທັງຮັບປະກັນກຳນົດທິດສັງຄົມນິຍົມໃຫ້ສອດຄ່ອງກັບແຕ່ລະໄລຍະ, ພັດທະນາຂອງປະເທດຊາດ, ເປີດປະຕູ ແລະ ເຊື່ອມໂຍງເຂົ້າກັບສາກົນ.
ບົດນຳໃນໜັງສືພິມ ກວນໂດ້ຍເຢີນເຍີນ (ສຽງຂອງກອງທັບປະຊາຊົນ ຫວຽດນາມ) ດ້ວຍຫົວຂໍ້ວ່າ: “ກໍ່ສ້າງພັກໃຫ້ໝັ້ນຄົງ, ເຂັ້ມແຂງເທົ່າທຽມກັບໜ້າທີ່” ຢັ້ງຢືນບັນດາລັດຖະນະໂຍບາຍປ່ຽນໃໝ່ທີ່ເໝາະສົມຂອງພັກ ນຳປະເທດ ຫວຽດນາມ ຈາກປະເທດດ້ອຍພັດທະນາກາຍເປັນປະເທດພວມພັດທະນາທີ່ມີລາຍຮັບສະເລ່ຍປານກາງ, ພາລະກິດລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກບັນລຸຜົນງານຢ່າງມີຄວາມປະທັບໃຈ, ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ.