ສະເຫຼີມສະຫຼອງວັນ ຄົນພິການ ຫວຽດນາມ
(ພາບ: vov)
(vovworld)- ຕອນເຊົ້າວັນທີ 17/4, ສະມາຄົມອຸປະກາລະຄົນພິການ ແລະ ເດັກກຳພ້າຮ່າໂນ້ຍ ສົມທົບກັບສູນແນະນຳວຽກເຮັດງານທຳຊາວໜຸ່ມຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງວັນຄົນພິການຫວຽດນາມ (18/4), ວັນບຸນວຽກເຮັດງານທຳເຊື່ອມຕົວຄົນພິການຄັ້ງທີ 3 ປີ 2014. ກ່າວຄຳເຫັນນະທີ່ນີ້, ທ່ານດິງແຮ້ງ, ປະທານສະມາຄົມອຸປະກາລະຄົນພິການ ແລະ ເດັກກຳພ້າຮ່າໂນ້ຍ ໃຫ້ຮູ້ວ່າ: ພິທີສະເຫຼີມສະຫຼອງວັນຄົນພິການຫວຽດນາມ ແມ່ນໂອກາດເພື່ອໃຫ້ບັນດາອົງການຈັດຕັ້ງກຳມະບານ, ສະມາຄົມ ແລະ ທົ່ວສັງຄົມສືບຕໍ່ສະແດງຄວາມເອົາໃຈໃສ່, ແບ່ງປັນ, ຮ່ວມເດີນທາງ, ໜູນຊ່ວຍຄົນພິການເວົ້າລວມ, ຊາວໜຸ່ມພິການເວົ້າສະເພາະ. ພິເສດແມ່ນການບຳລຸງສ້າງ, ໃຫ້ຄຳປຶກສາ, ຄັດເລືອກຄົນງານ, ຈາກນັ້ນ, ຊ່ວຍເຂົາເຈົ້າມີຄວາມເຊື່ອໝັ້ນ, ຄຸນນະທາດ ແລະ ມານະຈິດເພື່ອຜ່ານຜ່າບັນດາສິ່ງກີດຂວາງ, ຄວາມຫຍຸ້ງຍາກໃນຊີວິດປະຈຳວັນ. ເນື່ອງໃນໂອກາດນີ້, ສະມາຄົມອຸປະກາລະຄົນພິການ ແລະ ເດັກກຳພ້າຮ່າໂນ້ຍ ໄດ້ມອບລົດຖີບ 60 ຄັນ, ລັດເຂັນ 460 ຄັນ ແລະ ທຶນສຶກສາ 60 ທຶນໃຫ້ແກ່ຄົນພິການ ແລະ ເດັກກຳພ້າທຸກຍາກຂອງນະຄອນຮ່າໂນ້ຍ ດ້ວຍຍອດມູນຄ່າກ່ວາ 600 ລ້ານດົ່ງ.
ໃນວັນດຽວກັນ, ພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມແຂວງດົ່ງນາຍ ສົມທົບກັບອົງການໜູນຊ່ວຍຄົນພິການຫວຽດນາມ ໄດ້ໄຂງານວາງສະແດງຮູບພາບດ້ວຍຫົວເລື່ອງ “ດຳລົງຊີວິດ ແລະ ເຮັດວຽກ“. ງານວາງສະແດງແມ່ນເລື່ອງລາວກ່ຽວກັບຄົນພິການ 25 ຄົນທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ດົ່ງນາຍ. ຕາມຄະນະຈັດຕັ້ງແລ້ວ, ນອກຈາກການເຊີດຊູຄວາມມານະພະຍາຍາມໃນການອອກແຮງງານ, ອຸທິດສ່ວນຂອງຄົນພິການ, ງານວາງສະແດງຮູບພາບຍັງແນ່ໃສ່ຈຸດໝາຍສົ່ງເສີມວິສາຫະກິດຄັດເລືອກ ແລະ ນຳໃຊ້ຄົນງານທີ່ເປັນຄົນພິການ; ຍົກສູງຄວາມຮັບຮູ້ໃນສັງຄົມກ່ຽວກັບບັນຫາພິການ ເພື່ອແນໃສ່ຫລຸດຜ່ອນຍະວ່າງລະຫວ່າງຄົນພິການ ແລະ ຄົນທຳມະດາ; ລະດົມກຳລັງໃຈ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ຄົນພິການມີກາລະໂອກາດບື່ນຕົວຂຶ້ນ, ເຊື່ອມໂຍງເຂົ້າກັບວົງຄະນາຍາດ.