ສະເຫຼີມສະຫຼອງວັນການ ປະຕິວັດເດືອນສິງຫາ ປີ 1945
(ພາບປະກອບ:tuoitre.vn)
(vovworld) –ວັນທີ 19/8, ປະຊາຊົນ ຫວຽດນາມ ສະເຫຼີມສະຫຼອງ 69 ປີແຫ່ງວັນລຸກຮຶ້ຂຶ້ນຂະໜາດໃຫ່ຍເດືອນສິງຫາ (19/8/1945-19/8/2014) ໄດ້ຮັບໄຊຊະນະ, ຍາດເອົາອຳນາດການປົກຄອງ. ການປະຕິວັດເດືອນສິງຫາແມ່ນໜຶ່ງໃນບັນດາໜ້າປະຫວັດສາດທີ່ສະຫງ່າອົ່ງອາດທີ່ສຸດ, ແມ່ນຈຸດພົ້ນເດັ່ນໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຊາດຫວຽດນາມ.
ເນື່ອງໃນໂອກາດນີ້, ໜັງສືພິມໃຫ່ຍຕ່າງໆຂອງຫວຽດນາມ ລ້ວນແຕ່ໄດ້ລົງພິມບົດນຳ ແລະ ບົດວິຈານຢັ້ງຢືນຄວາມໝາຍອັນໃຫ່ຍຫຼວງຂອງການປະຕິວັດເດືອນສິງຫາ. ບົດນຳ “ບົດເພງໄຊເດືອນສິງຫາດັງກ້ອງກັງວານຕະຫຼາດໄປ“ ລົງພິມໃນໜັງສືພິມປະຊາຊົນ, ສຽງຂອງພັກກອມມູນິດຫວຽດນາມ ໄດ້ຊີ້ແຈ້ງວ່າ: ບັນຍາກາດ ອັນສະຫງ່າອົ່ງອາດຂອງການປະຕິວັດເດືອນສິງຫາ ແລະ ບັນດາຜົນງານທີ່ໃຫ່ຍຫຼວງນັ້ນໄດ້ ແລະ ພວມເປັນການລະດົມກຳລັງໃຈແກ່ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບກ້າວຂຶ້ນ, ຜ່ານຜ່າຄວາມຫຍຸ້ງຍາກລຳບາກ, ສິ່ງທ່າທາຍນາໆປະການ, ປະຕິບັດສອງໜ້າທີ່ຍຸດທະສາດຄື: ສ້າງສາ ແລະ ປົກປັກຮັກຮາປະເທດຊາດ; ຍູ້ແຮງພາລະກິດຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ.
ບົດວິຈານຂອງວິທະຍຸກະຈາຍສຽງຫວຽດນາມ ຢືນຢັນວ່າ: ຈິດໃຈ, ບັນຍາກາດ ອັນສະຫງ່າອົ່ງອາດ ແລະ ບັນດາຜົນງານທີ່ໃຫ່ຍຫຼວງຂອງການປະຕິວັດເດືອນສິງຫາ ຍາມໃດກໍ່ແມ່ນກຳລັງແຮງ, ແມ່ນກຳລັງໜູນອັນໃຫ່ຍຫຼວງລະດົມກຳລັງໃຈທົ່ວປວງຊົນຜ່ານຜ່າຄວາມຫຍຸ້ງຍາກລຳບາກ, ສິ່ງທ້າທາຍນາໆປະການ, ພິເສດແມ່ນໃນພາລະກິດປ່ຽນແປງໃໝ່, ສ້າງສາປະເທດຊາດ.