ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ-ມາ​ເລ​ເຊຍ ຄົບ​ຮອບ 50 ປີ​.

(VOVWORLD) - ປະຈຸບັນ, ມາເລເຊຍ ແມ່ນນັກລົງທຶນ ອາຊຽນ ລາຍໃຫ່ຍທີ 2 ຢູ່ ຫວຽດນາມ ແລະ ຢືນອັນດັບທີ 10 ໃນຈຳນວນ 140 ປະເທດ ແລະ ບັນດາເຂດແຄ້ວນລົງທຶນເຂົ້າ ຫວຽດນາມ.
ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ-ມາ​ເລ​ເຊຍ ຄົບ​ຮອບ 50 ປີ​. - ảnh 1

(ພາບ: TTXVN)

    ຕອນຄ່ຳວັນທີ 12 ຕຸລາ, ຢູ່ສູນການຄ້າ ແລະ ວາງສະແດງສາກົນ (MITEC)  ຢູ່ນະຄອນຫຼວງ ກົວລາລຳເປີດ ປະເທດ ມາເລເຊຍ, ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ແລະ ສະມາຄົມມິດຕະພາບ ມາເລເຊຍ-ຫວຽດນາມ ໄດ້ສົມທົບກັນຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ມາເລເຊຍ ຄົບຮອບ 50 ປີ (1973 - 2023).

    ທີ່ພິທີ, ທ່ານ ດິງງອກລິນ  ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ແລະ ທ່ານ Ewon Benedick ລັດຖະມົນຕີກະຊວງ ພັດທະນາວິສາຫະກິດ ແລະ ຮ່ວມມື ມາເລເຊຍ ລ້ວນແຕ່ໄດ້ຢືນຢັນວ່າ ການພົວພັນລະຫວ່າງ ຫວຽດນາມ- ມາເລເຊຍ ໄດ້ພັດທະນາຢ່າງກ້າວກະໂດດຂັ້ນໃນທຸກດ້ານ. ສອງປະເທດແມ່ນບັນດາຄູ່ຮ່ວມມືອັນດັບ 1 ຂອງກັນໃນ ອາຊຽນ. ປະຈຸບັນ, ມາເລເຊຍ ແມ່ນນັກລົງທຶນ ອາຊຽນ ລາຍໃຫ່ຍທີ 2 ຢູ່ ຫວຽດນາມ ແລະ ຢືນອັນດັບທີ 10 ໃນຈຳນວນ 140 ປະເທດ ແລະ ບັນດາເຂດແຄ້ວນລົງທຶນເຂົ້າ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ