ສະເຫຼີມສະຫຼອງວັນແພດໝໍຫວຽດນາມ 27 ກຸມພາ: ສະແດງຄວາມຮູບຸນຄຸນບັນດາແພດ​ໝໍ

(VOVWORLD) -ຕອນຄ່ຳວັນທີ 26 ກຸມພາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເຊີດຊູແພດໝໍໜຸ່ນນະຄອນຫຼວງທີ່ດີເດັ່ນ ແລະ ມອບລາງວັນ ດັ້ງຖຸຍເຈີມ ຄັ້ງທີ 4 ປີ 2018.

ສະເຫຼີມສະຫຼອງວັນແພດໝໍຫວຽດນາມ 27 ກຸມພາ: ສະແດງຄວາມຮູບຸນຄຸນບັນດາແພດ​ໝໍ - ảnh 1 ສະເຫຼີມສະຫຼອງວັນແພດໝໍຫວຽດນາມ 27 ກຸມພາ: ສະແດງຄວາມຮູບຸນຄຸນບັນດາແພດໝໍ

(ພາບ: TTXVN)

ດ້ວຍການເຂົ້າຮ່ວມຂອງແພດໝໍໜຸ່ມທີ່ດີເດັ່ນ, ພ້ອມກັບຄະນະຊາວໜຸ່ມ, ຊາວໜຸ່ມນະຄອນຫຼວງເກືອບ 400 ຄົນ. ພິທີເຊີດຊູດັ່ງກ່າວແມ່ນເພື່ອແນໃສ່ເຊີດຊູບັນດາພະຍາບານ, ແພດໝໍໜຸ່ມທີ່ດີເດັ່ນ ເຊິ່ງແມ່ນໜຶ່ງໃນບັນດາກຳລັງຊາວໜຸ່ມທີ່ໄດ້ມີການປະກອບສ່ວນສຳຄັນຫຼາຍຢ່າງເຂົ້າໃນພາລະກິດພັດທະນາວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນນະຄອນຫຼວງ. ໃນຂອບເຂດຂອງລາຍການຄະນະຊາວໜຸ່ມນະຄອນ, ສະຫະພັນຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ສະຫຼຸບວຽກງານຂອງສະມາຄົມແພດໝໍໜຸ່ມນະຄອນຮ່າໂນ້ຍ ປີ 2017; ເຊີດຊູ ແລະ ມອບໃບຍ້ອງຍໍໃຫ້ບັນດາແພດໝໍໜຸ່ມນະຄອນຫຼວງທີ່ດີເດັ່ນ.

        ແລະກໍ່ໃນວັນດຽວກັນ, ຄະນະປະຕິບັດງານຄະນະໂຄສະນາສຶກສາສູນກາງ ໂດຍທ່ານຮອງຫົວໜ້າຜູ້ປະຈຳການຄະນະໂຄສະນາສຶກສາສູນກາງ ວໍວັນຟວງ ນຳໜ້າ, ໄດ້ໄປຢ້ຽມຢາມ ແລະ ອວຍພອນບັນດາແພດໝໍຢູ່ໂຮງໝໍພະຍາດເຂດຮ້ອນນະຄອນໂຮ່ຈິມິນ. ຢູ່ທີ່ນີ້, ທ່ານ ວໍວັນຟວງ ປາດຖະໜາວ່າ, ຖັນແຖວພະຍາບານ, ແພດໝໍ, ພາລະກອນຢູ່ໂຮງໝໍ ຈົ່ງສືບຕໍ່ປະຕິບັດໜ້າທີ່ທີ່ໄດ້ມອບໝາຍໃຫ້ເປັນຢ່າງດີ, ປະກອບສ່ວນເຂົ້າໃນພາລະກິດສົ່ງເສີມສຸຂະພາບປະຊາຊົນ…

ຕອບກັບ

ຂ່າວ/ບົດ​ອື່ນ