ສະເຫຼີມສະຫຼອງວັນໃຊ້ພາສາຝະລັ່ງສາກົນ(20/03)ຢູ່ຮ່າໂນ້ຍ
ພິທີສະເຫຼີມສະຫຼອງວັນໃຊ້ພາສາຝະລັ່ງສາກົນ (20/03)
(ພາບ: hanoimoi.com.vn)
(vovworld) - ພິທີສະເຫຼີມສະຫຼອງວັນໃຊ້ພາສາຝະລັ່ງສາກົນ (20/03) ໂດຍກະຊວງການຕ່າງປະເທດສົມທົບກັບອົງການໃຊ້ພາສາຝະລັ່ງສາກົນ ແລະ ກຸ່ມເອກອັກຄະລັດຖະທູດໃຊ້ພາສາຝະລັ່ງຢູ່ ຮ່າໂນ້ຍ ຈັດຕັ້ງໃນຕອນຄ່ຳວັນທີ 18/03 ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ. ກ່າວຄຳເຫັນທີ່ພິທີ, ທ່ານ ຮ່າກີມງອກ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຫວຽດນາມ ຕີລາຄາສູງເລື່ອງປະຊາຄົມໃຊ້ພາສາຝະລັ່ງ ສືບຕໍ່ເອົາໃຈໃສ່ເປັນພິເສດເຖິງການຊຸກຍູ້ການຮ່ວມມື ແລະ ຄວາມສາມັກຄີ ເພື່ອສັນຕິພາບ ແລະ ການພັດທະນາ, ມີບົດບາດ ແລະ ທີ່ຕັ້ງນັບມື້ນັບສູງບົນເວທີສາກົນ. ທ່ານຮ່າກີມງອກ ຖືວ່າ: ປີຜ່ານມາໄດ້ສ້າງຂີດໝາຍບາດກ້າວພັດທະນາອັນດີງາມໃນການພົວພັນ ຫວຽດນາມ ແລະ ປະຊາຄົມໃຊ້ພາສາຝະລັ່ງ. ທ່ານລັດຖະມົນຕີຊ່ວຍວ່າການ ຮ່າກີມງ້ອກ ຢືນຢັນວ່າ:
ເລື່ອງ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການຊຸກຍູ້ການພົວພັນຮ່ວມມືກັບປະຊາຄົມໃຊ້ພາສາ ຝະລັ່ງ, ເປັນເຈົ້າການ, ຕັ້ງໜ້າປະກອບສ່ວນເຂົ້າບັນດາຄວາມມານະພະຍາຍາມລວມຂອງປະຊາຄົມ, ເພື່ອສັນຕິພາບ ແລະ ການພັດທະນາ, ຕາມແຜນນະໂຍບາຍແນວທາງພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫລາຍຝ່າຍ, ຫລາຍຮູບຫລາຍແບບ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ເປັນເພື່ອນ, ເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ.
ສ່ວນທ່ານ Eric – Normand Thibeault ຜູ້ຕາງໜ້າພາກພື້ນ ອາຊີ - ປາຊີຟິກ ຂອງອົງການໃຊ້ພາສາຝະລັ່ງສາກົນ ຕີລາຄາສູງຄຳໝັ້ນສັນຍາຂອງ ຫວຽດນາມ ສຳລັບປະຊາຄົມໃຊ້ພາສາຝະລັ່ງ ແລະ ຢືນຢັນວ່າ: ຫ້ອງການອາຊີ - ປາຊີຟິກ ຂອງອົງການໃຊ້ພາສາຝະລັ່ງສາກົນ ຍາມໃດກໍ່ມານະພະຍາຍາມຊຸກຍູ້ການເຄື່ອນໄຫວຮ່ວມມືກັບ ຫວຽດນາມ