ສະເຫລີມສະຫລອງ 40 ປີແຫ່ງວັນບັນດານັກຮົບປະຕິວັດຖືກສັດຕູຈັບຄຸມຂັງ

 ສະເຫລີມສະຫລອງ 40 ປີແຫ່ງວັນບັນດານັກຮົບປະຕິວັດຖືກສັດຕູຈັບຄຸມຂັງ - ảnh 1
ອະດີດ​ນັກ​ຮົບ​ປະຕິວັດ​ຖືກ​ສັດຕູ​ຈັບ​ຄຸມ​ຂັງ​ຢູ່​ຄຸກ ຟູ​ກວກ
ພາບ:internet


(vovworld)-  ຕອນ​ເຊົ້າ​ວັນ​ທີ 11/3, ຢູ່ ຮ່າ​ໂນ້ຍ, ຄະນະ​ພົວພັນ​ຕິດ​ຕໍ່​ອະດີດ​ນັກ​ຮົບ​ປະຕິວັດ​ຖືກ​ສັດຕູ​ຈັບ​ຄຸມ​ຂັງ​ຢູ່​ຄຸກ ຟູ​ກວກ ​ໄດ້​ຈັດ​ການ​ພົບ​ປະ​ສັງ​ສັນສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ບັນດາ​ນັກຮົບ​ປະຕິວັດ​ຖືກ​ສັດ​ຕູ​ຈັບ​ຄຸມ​ຂັງ (3/1973-3/2013). ​​ເຂົ້າ​ຮ່ວມ​ການ​ພົບ​ປະ​ສັງ​ສັນມີ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ດ້ວຍ​ຖານະ​ເປັນ​ອະດີດ​ນັກ​ຮົບ​ປະຕິວັດ​ຖືກ​ສັດຕູ​ຈັບ​ຄຸມ​ຂັງ​ຢູ່​ຄຸກ​    ຟູກ​ວກ ແລະ ອະດີດ​ນັກ​ຮົບ​ປະຕິວັດ​​ອື່ນ​ນັບ​ຮ້ອຍ​ທ່ານ. ບັນດາ​ນັກຮົບ​ປະຕິວັດ​ຖືກ​ສັດຕູ​ຈັບ​ຄຸມ​ຂັງ, ທໍລະມານ ​ແຕ່​ມີ​ຄວາມອົງ​ອາດ​ກ້າຫານ​ສືບ​ຕໍ່​ເຊີດ​ຊູ​ນ້ຳ​ໃຈ​ຕໍ່​ສູ້​ຍາດ​ໄຊຊະນະ​. ທ່ານ ຫງວຽນ​ວັນ​ຈຽນ, ຫົວຫນ້າ​ຄະນະ​ພົວພັນ​ຕິດ​ຕໍ່​ອະດີດ​ນັກ​ຮົບ​ປະຕິວັດ​ຖືກ​ສັດຕູ​ຈັບ​ຄຸມ​ຂັງ​ຢູ່​ຄຸກ ຟູກ​ວກ ​ໃຫ້​ຮູ້​ວ່າ:

        “ບັນດາ​ນັກ​ຮົບ​ປະຕິວັດ​ຖືກ​ສັດຕູ​ຈັບ​ຄຸມ​ຂັງຢູ່​ຄຸກ​ຟູກ​ວກ ບໍ່​ປະ​​ໃຫ້​​ເວລາຫວ່າງ ​​ແລະ ເປີດ​ບັນດາ​ຊຸດ​ຮຽນ​ວັດທະນະທຳ, ການ​ເມືອງ, ສອນວິຊາຊີບ, ຫນ່ວຍ​ສິລະ​ປະ, ກາບກອນ. ການ​ເຄື່ອນ​ໄຫວ​ນີ້​ບໍ່​ພຽງ​ແຕ່​ປະກອບສ່ວນ​ສຶກສາ​ຄຸນ​ນະ​ທາດ​ປະຕິວັດ, ຮັກສາ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ, ຢືດໝັ້ນ​ຫລັກ​ໝັ້ນ, ປ​ະກອບ​ສ່ວນ​ບຳລຸງ​ສ້າງ, ຝຶກ​ຝົນ​ຫລໍ່​ຫລອມ​ພະນັກງານ, ນັກຮົບ​ເທົ່າ​ນັ້ນ ຫາກ​ຍັງ​ເຮັດ​ໃຫ້​ຜູ້​ເວນ​ຍາມ, ທຳ​ມະ​ໂລງ​ປ່ຽນ​ໃຈ.”

ຂ່າວ/ບົດ​ອື່ນ