ສະເຫລີມສະຫລອງວັນປົດປ່ອຍພາກໃຕ້ຫວຽດນາມ30/4ຢູ່ຕ່າງປະເທດ

ສະເຫລີມສະຫລອງວັນປົດປ່ອຍພາກໃຕ້ຫວຽດນາມ30/4ຢູ່ຕ່າງປະເທດ - ảnh 1
ພາບ​ປະ​ກອບ

(vovworld)- ວັນ​ທີ 1/5, ສະ​ຖາ​ບັນ​ວັດ​ທະ​ນະ​ທຳ ອັກ​ຊັງ​ຕີນ - ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ສະ​ຖານ​ທູດ​ຫວຽດ​ນາມ ຈັດ​ຕັ້ງ​ການ​ປາ​ຖະ​ກະ​ຖາກ່ຽວ​ກັບ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 41 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ ໂຮມ​ປະ​ເທດ​ຊາດ​ເປັນ​ເອກ​ະ​ພາບ (30/4/1975) ຢູ່​ສູນ ວັດ​ທະ​ນະ​ທຳ Sofia ຢູ່ Buenos Aires. ເນື່ອງ​ໃນ​ໂອ​ກາດນີ້ ແຂກ​ເຂົ້າ​ຮ່ວມ​ການ​ປາ​ຖະ​ກະ​ຖາໄດ້​ຮັບ​ຊົມ​ຟີມ​ເອ​ກະ​ສານ​ຕອນ​ຫນຶ່ງ​ເວົ້າ​ເຖິງ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ສົງ​ຄາ​ມ​ຮຸກ​ຮານ​ຫວຽດ​ນາມ​ຂອງ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ ແລະ video ກ່ຽວ​ກັບ​ບັນ​ດາ​ການ​ປ່ຽນ​ແປງ​ຂອງ​ຫວຽດ​ນາມ ໃນ​ຊຸມ​ປີມໍ່ໆ​ມານີ້ ອັ​ນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ແຮງ​ຕໍ່​ເພື່ອນ​ມິດ ອັກ​ຊັງ​ຕີນ.

ໃນ​ວັນ​ດຽວ​ກັນ, ຢູ່ ນະ​ຄອນ​ຫລວງ Luanda, ສະ​ຖານ​ທູດ​ຫວຽດ​ນາມ ແລະ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອັງ​ໂກ​ລາ ໄດ້​ຈັດ​ຕັ້ງ​ງານ​ມິດ​ຕິງ​ສະ​ເຫລີມ​ສະ​ຫລອງ 41 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ແລະ ຂ່ຳ​ນັບ​ຊົມ​ເຊີຍ​ວັນ​ກຳ​ມະ​ກອນ​ສາ​ກົນ 1/5.

ຕອບກັບ

ຂ່າວ/ບົດ​ອື່ນ