ສະເໜີຂໍ້ລິເລີ່ມປະຕິຮູບ 13 ກຸ່ມຂໍ້ກຳນົດ, ລະບຽບການ ບໍລິຫານ
ທ່ານລັດຖະມົນຕີວ່າການກະຊວງຍຸຕິທຳ ຮ່າຮຸ່ງເກື່ອງ
(ພາບປະກອບ)
(vovworld) – 13 ກຸ່ມຂໍ້ກຳນົດ, ລະບຽບການບໍລິຫານທີ່ກ່ຽວຂ້ອງເຖິງບັນດາຂົງເຂດກະສິກຳ ແລະ ພັດທະນາຊົນນະບົດ, ຖະແຫຼງຂ່າວ ແລະ ສື່ສານ, ສາທາລະນະສຸກ, ສຶກສາ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ… ໄດ້ຮັບການກຳນົດແມ່ນໜ້າທີ່ຈຸດສຸມຂອງສະພາໃຫ້ຄຳປຶກສາກ່ຽວກັບການປະຕິຮູບດ້ານລະບຽບການບໍລິຫານຂອງນາຍົກລັດຖະມົນຕີ ໃນປີ 2015. ປະກອບຄຳເຫັນທີ່ກອງປະຊຸມຄົບຄະນະຂອງສະພາຜັນຂະຫຍາຍວຽກງານປີ 2015 ທີ່ດຳເນີນໄປໃນຕອນເຊົ້າວັນທີ 11/02, ບັນດາສະມາຊິກໃນສະພາໄດ້ຖືວ່າ, ປີ 2015 ສະພາຕ້ອງປະກອບສ່ວນເຂົ້າບັນດາລະບຽບການບໍລິຫານໃນດຳລັດຢ່າງຕັ້ງຫນ້າກວ່າອີກ; ແບ່ງງານແຕ່ລະຂົງເຂດຢ່າງລະອຽດເຖິງສະຫະສະມາຄົມ, ຂະແໜງການອາຊີບ ແລະ ມີບາດກ້າວສົມທົບກັນເຄື່ອນໄຫວລະຫວ່າງສະພາໃຫ້ຄຳປຶກສາການປະຕິຮູບລະບຽບການບໍລິຫານ ກັບຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ. ມີຄຳເຫັນຖືວ່າ, ວຽກງານພິຈາລະນາແມ່ນມີຄວາມສຳຄັນທີ່ສຸດ, ສະນັ້ນ, ເພື່ອຫັນລະບຽບການບໍລິຫານ, ຂໍ້ກຳນົດບໍລິຫານເປັນງ່າຍດາຍ, ຕ້ອງຈັດຕັ້ງບາງສະຖານທີ່ເພື່ອສຳຫຼວດ, ຕີລາຄາແນໃສ່ຍົກອອກວິໄສທັດຢ່າງຊັດເຈັນ, ປະຕິຮູບໃຫ້ເໝາະສົມກວ່າ. ທ່ານລັດຖະມົນຕີວ່າການກະຊວງຍຸຕິທຳ ຮ່າຮຸ່ງເກື່ອງ, ປະທານສະພາສະເໜີວ່າ, ສະພາຕ້ອງລະດົມແຫຼ່ງກຳລັງເພື່ອເຂົ້າຮ່ວມການປະກອບຄຳເຫັນກ່ຽວກັບບັນດາຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ), ກົດໝາຍປະກາດໃຊ້ເອກະສານນິຕິກຳ; ປະຕິບັດບາງໜ້າທີ່ຈຸດສຸມໃນການປະຕິຮູບລະບຽບການບໍລິຫານໃນການສ້າງຕັ້ງ ແລະ ປະຕິບັດໂຄງການລົງທຶນທີ່ນຳໃຊ້ທີ່ດິນເພື່ອປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ.