ສະເໜີຕົວສະພາຊີ້ນຳຮຽບຮຽງວັດຈະນານຸກົມຊັບພະວິຊາຫວຽດນາມ

ສະເໜີຕົວສະພາຊີ້ນຳຮຽບຮຽງວັດຈະນານຸກົມຊັບພະວິຊາຫວຽດນາມ - ảnh 1

ພິທີສະເໜີຕົວສະພາຊີ້ນຳຮຽບຮຽງວັດຈະນານຸກົມຊັບພະວິຊາຫວຽດນາມ

(vovworld) - ສະພາ​ຊີ້​ນຳ​ຮຽບຮຽງ​ວັດຈະນານຸກົມ​ຊັບ​ພະ​ວິຊາ​ຫວຽດນາມ ລວມມີ​ສະມາຊິກ 16 ຄົນ, ​ໂດຍ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ​ ປັນ​ປະທານ. ຄາດ​ວ່າ​ຈະ​ມີ​ນັກວິທະຍາສາດ​ປະມານ 2000 ຄົນ​ເຂົ້າ​ຮ່ວມ​ຄະນະ​ຮຽບຮຽງ​ຂະ​ແໜງ​ສະ​ເພາະ. ​ວັດຈະນານຸກົມ​ຊັບ​ພະ​ວິຊາ​ຫວຽດນາມ ລວມມີ 36 ຫົວ, ປະກອບ​ດ້ວຍ​ທຸກຂະ​ແໜງ. ກ່າວ​ຄວາມ​ເຫັນ​ທີ່​ພິທີ​ສະ​ເໜີ​ຕົວສະພາ​ຊີ້​ນຳ​ຮຽບຮຽງ​ວັດຈະນານຸກົມ​ຊັບ​ພະ​ວິຊາ​ຫວຽດນາມ ​ໃນ​ຕອນ​ເຊົ້າ​ວັນ​ທີ 18/6, ຢູ່​ຮ່າ​ໂນ້ຍ, ທ່ານຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ, ​ເນັ້ນ​ໜັກ​ວ່າ:

        “ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຫວຽດນາມ ຮຽບຮຽງວັດຈະນານຸກົມ​ຊັບ​ພະ​ວິຊາ​ຫວຽດນາມ ດ້ວຍລະດັບ​ຊາດ​ ຂອງ​ປະ​ເທດ​ທີ່​ຍາມ​ໃດ​ກໍ່​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ອະລິຍະ​ທຳ​ນັບ​ພັນ​ປີ​ຄື​ແນວ​ນັ້ນ.  ວັດຈະນານຸກົມ​ຊັບ​ພະ​ວິຊາ​ຫວຽດນາມ ຕ້ອງ​ແມ່ນ​ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ຫວຽດນາມ, ພິ​ເສດ​ແມ່ນ​ຄວາມ​ຮູ້​ໃນ​ການ​ໝູນ​ໃຊ້​ໃຫ້​ແກ່​ປະ​ເທດ​ຊາດ ​ແລະ ຕ້ອງ​ຖືກຕ້ອງ​ຕາມທັດສະນະ​ຂອງ​ ເລ​ນິນ ​ແລະ ​ແນວ​ຄິດ​ປະທານ ​ໂຮ່ຈີ​ມິນ​ “.

ຂ່າວ/ບົດ​ອື່ນ