ສະໜັບສະໜູນທ່ານນາງເຈີ່ນໂຕ໋ງາໃນການຕໍ່ສູ້ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ
ທ່ານນາງ ເຈີ່ນໂຕ໋ງາ (ພາບ: TTXVN)
(vovworld) - ຕອນບ່າຍວັນທີ 29/08 ຢູ່ນະຄອນ ເກີນເທີ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ / ດີໂອຊີນ ນະຄອນ ເກີນເທີ ຈັດຕັ້ງການໂອ້ລົມສົນທະນາ, ສະແດງຄວາມສະໜັບສະໜູນສຳລັບທ່ານນາງ ເຈີ່ນໂຕ໋ງາ ໃນການຕໍ່ສູ້ເພື່ອຄວາມຍຸດຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ. ທ່ານນາງ ເຈີ່ນໂຕ໋ງາ ເປັນຊາວ ຝະລັ່ງ ເຊື້ອຊາດ ຫວຽດນາມ ແມ່ນຕົວພະຍາມ ທີ່ຕາງໜ້າໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ ນັບລ້ານລ້ານຄົນ ໄດ້ຮ້ອງຟ້ອງຂຶ້ນສານ Evry ສ.ຝະລັ່ງ ຮຽກຮ້ອງບັນດາບໍລິສັດເຄມີຂອງ ອາເມລິກາ ຕ້ອງຊົດເຊີຍໃຫ້ປ້າ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ນັບລ້ານລ້ານຄົນ ໂດຍກອງທັບ ອາເມລິກາ ນຳໃຊ້ໃນສົງຄາມຢູ່ ຫວຽດນາມ. ທີ່ການໂອ້ລົມສົນທະນາ, ທ່ານນາງ ເຈີ່ນໂຕ໋ງາ ໄດ້ແບ່ງປັ່ນກ່ຽວກັບວິວັດແຫ່ງການເຂົ້າຮ່ວມການຕໍ່ຕ້ານ ແລະ ຖືກຕິດທາດພິດສີສົ້ມ/ດີໂອຊິນ, ກໍ່ຄືວິວັດແຫ່ງການເດັດດຽວຕໍ່ສູ້ທວງໃຫ້ບັນດາບໍລິສັດທາດເຄມີຂອງອາເມລິກາ ຕ້ອງຊົດເຊີຍ ບໍ່ພຽງແຕ່ທ່ານນາງເທົ່ານັ້ນ ຫາກຍັງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມານັບລ້ານໆຄົນອີກດ້ວຍ. ທ່ານນາງ ເຈີ່ນໂຕ໋ງາ ປາດຖະໜາວ່າ: ໃນໄລຍະຈະມາເຖິງ ປະຊາຊົນບັນດາອົງການມະຫາຊົນການເມືອງສັງຄົມ ສືບຕໍ່າສະໜັບສະໜູນ ຢ່າງສຸດຈິດສຸດໃຈ ເພື່ອໃຫ້ທ່ານນາງມີມານະຈິດ ແລະ ຈິດໃຈຢ່າງພຽງພໍ ເພື່ອສືບຕໍ່ການຮ້ອງຟ້ອງເຖິງເວລາໄດ້ຮັບຜົນ ແລະ ກໍ່ໃນການໂອ້ລົມສົນທະນາ ບັນດາຜູ້ແທນຍັງສະແດງຄວາມສະໜັບສະໜູນ ຕໍ່ເຫດການຮ້ອງຟ້ອງ ຂອງທ່ານນາງ ເຈີ່ນໂຕ໋ງາ.