ສາ​ກົນ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ​້າ​ຕໍ່ແງ່​ຫວັງ​ເສດ​ຖະ​ກິດ ຫວຽດ​ນາມ

(VOVWORLD) -ສາກົນຕີລາຄາຢ່າງຕັ້ງໜ້າຕໍ່ແງ່ຫວັງເສດຖະກິດ ຫວຽດນາມ ນີ້ແມ່ນຄຳຢັ້ງຢືນຂອງທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ທີ່ກອງປະຊຸມຖະແຫຼງຂ່າວກ່ຽວກັບກອງປະຊຸມລັດຖະບານປະຈຳເດືອນ ໃນຕອນຄ່ຳວັນທີ 1 ສິງຫາ.
ສາ​ກົນ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ​້າ​ຕໍ່ແງ່​ຫວັງ​ເສດ​ຖະ​ກິດ ຫວຽດ​ນາມ - ảnh 1ກອງປະຊຸມຖະແຫຼງຂ່າວກ່ຽວກັບກອງປະຊຸມລັດຖະບານປະຈຳເດືອນ ໃນຕອນຄ່ຳວັນທີ 1 ສິງຫາ

         ຕາມທ່ານລັດຖະມົນຕີແລ້ວ, ໃນສະພາບການໂລກ, ພາກພື້ນ ແລະ ທະເລຕາເວັນອອກສືບຕໍ່ມີການຜັນປ່ຽນຍາດທີ່ຈະຄາດຄະເນລ່ວງໜ້າໄດ້, ກອງທຶນເງິນຕາສາກົນ (IMF) ສືບຕໍ່ຄາດຄະເນວ່າ ລະດັບການເຕີບໂຕຂອງໂລກໃນປີ 2019 ຫຼຸດລົງ 3,2%, ການເຕີບໂຕການຄ້າທົ່ວໂລກໃນໄລຍະ 6 ເດືອນຕົ້ນປີ 2019 ຕ່ຳກ່ວາ 1%. ສ່ວນຫຼາຍບັນດາປະເທດມີການເຕີບໂຕຕ່ຳ, ແລະຕ່ຳສຸດໃນຮອບ 10 ປີທີ່ຜ່ານມາ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ຍັງໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກບັນດາອົງການສາກົນ.

        ທີ່ກອງປະຊຸມຖະແຫຼງຂ່າວ, ທ່ານ ມາຍຕ໊ຽນຢຸງ ໄດ້ເນັ້ນໜັ້ກເຖິງບາງໝາກຜົນທີ່ພົ້ນເດັ່ນກ່ຽວກັບສະພາບເສດຖະກິດ - ສັງຄົມໃນ 7 ເດືອນຕົ້ນປີ ຂອງ ຫວຽດນາມ. ຕາມນັ້ນແລ້ວ, ດັດຊະນີຄ່າໃຊ້ຈ່າຍສະເລ່ຍ 7 ເດືອນເພີ່ມຂຶ້ນ 2,61% ເມື່ອທຽບໃສ່ປີກາຍນີ້, ລະດັບເພີ່ມສະເລ່ຍ 7 ເດືອນຕ່ຳສຸດໃນ ຮອບ 3 ປີນີ້. ກ່ຽວກັບການດຳເນີນທຸລະກິດ, ການຜະລິດ, ທ່ານ ລັດຖະມົນຕີ ໃຫ້ຮູ້ວ່າ:

       ວົງເງິນສົ່ງອອກບັນລຸໄດ້ ກ່ວາ 145 ຕື້ USD, ເພີ່ມຂຶ້ນ 7,5%, ພິເສດລະດັບການເພີ່ມວົງເງິນການຄ້າສົ່ງອອກພາຍໃນປະເທດ ແມ່ນ 12,2%, ສູງກ່ວາລະດັບການເພີ່ມຂຶ້ນຂອງພາກພື້ນ FDI ແມ່ນ 5,6%. ຂະແໜງກະສິກຳສືບຕໍ່ມີບັນດາການຫັນປ່ຽນທີ່ດີທາງດ້ານໂຄງປະກອບຕົຜົນລະປູກ, ສັດລ້ຽງ, ຂຸດຄົ້ນແຫຼ່ງກຳລັງໃຫ້ແກ່ການພັດທະນາການຜະລິດ, ປຸງແຕ່ງ. ການຜະລິດອຸດສາຫະກຳສືບຕໍ່ເພີ່ມຂຶ້ນປະມານ 9,4% ໃນນັ້ນອຸດສາຫະກຳປຸງແຕ່ງ, ປະດິດສ້າງເພີ່ມຂຶ້ນສູງແມ່ນ 10,7%

        ແຂກທ່ອງທ່ຽວຕ່າງປະເທດມາທ່ອງທ່ຽວຢູ່ ຫວຽດນາມ ກໍ່ເພີ່ມຂຶ້ນຄືເກົ່າ, ໄລ່ລວມ 7 ເດືອນບັນລຸໄດ້ 9,8 ລ້ານ ເທື່ອຄົນ, ເພີ່ມຂຶ້ນ 7,9%.

ຕອບກັບ

ຂ່າວ/ບົດ​ອື່ນ