ສາກົນໃຫ້ຂ່າວກ່ຽວກັບການເຄື່ອນໄຫວສະຖາປະນາປະເທດຫວຽດນາມທີ 2/9
ພາບປະກອບ
(vovworld) - ວັນທີ 1 ແລະ ວັນທີ 2/9, ໜັງສືພິມສຳຄັນຕ່າງໆຂອງລາວຄືປະຊາຊົນ, ປະເທດລາວ, KPL new, ວຽນຈັນທາມ, ລາວພັດທະນາ… ລ້ວນແຕ່ລົງພິມໃນໜ້າທຳອິດໂທລະເລກອວຍພອນຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມະລີ ໄຊຍະສອນ, ທ່ານນາຍົກລັດຖະມົນຕີ ທອງສິງທຳມະວົງ, ທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້ ທີ່ອວຍພອນວັນຊາດຄັ້ງທີ 69 ຂອງຫວຽດນາມ, ເຊິ່ງໃນນັ້ນລ້ວນແຕ່ຢືນຢັນຈະພ້ອມກັບພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງຕັດສິນໃຈປົກປັກຮັກສາ ແລະ ພັດທະນາຄວາມສາມັກຄີແບບພິເສດລະຫວ່າງສອງປະເທດຢ່າງສະເໝີຕົ້ນສະເໝີປາຍ. ພ້ອມກັບບັນດາການເຄື່ອນໄຫວມຸ່ງໄປສູ່ວັນສະຖາປະນາປະເທດຫວຽດນາມຢູ່ລາວ, ບັນດາໜັງສືພິມດັ່ງກ່າວກໍ່ໄດ້ລົງພິມຂ່າວ, ພາບກ່ຽວກັບບັນຍາກາດຕ້ອງຮັບວັນຊາດຢູ່ຫວຽດນາມ, ແລະ ຢືນຢັນບົດບາດ, ທີ່ຕັ້ງຂອງຫວຽດນາມໃນພາກພື້ນ ແລະ ຢູ່ໃນໂລກ.
ຕອນຄຳ່ວັນທີ 1/9, ສຳນັກງານປະທານາທິບໍດີອິນເດຍ, ໄດ້ອອກແຈ້ງຂ່າວສື່ສານກ່ຽວກັບໂທລະເລກອວຍພອນຂອງປະທານາທິບໍດີ Pnanab Mukherjee ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີ ແຫ່ງວັນ ສະຖາປະນາປະເທດຫວຽດນາມ. ໃນໂທລະເລກອວຍພອນທີ່ຝາກເຖິງປະທານປະເທດເຈືອງເຕິ໋ນຊາງ, ປະທານາທິບໍດີ Pnanab Mukherjeeຊີ້ແຈ້ງວ່າ, ອິນເດຍ ແລະ ຫວຽດນາມ ແມ່ນມີສາຍພົວພັນທີ່ເປັນມູນເຊື້ອອັນສະໜິດແໜ້ນມາແຕ່ດົນນານ. ອິນເດຍຖືເປັນສຳຄັນຄູນຄ່າຂອງສາຍພົວພັນມິດຕະພາບນີ້ ແລະ ຖືຫວຽດນາມແມ່ນເພື່ອນທີ່ໜ້າໄວ້ເນື້ອເຊື່ອໃຈ, ພ້ອມທັງຫວັງວ່າຈະໄດ້ມາຢ້ຽມຢາມຫວຽດນາມໃນໃກ້ໆນີ້ ເພື່ອເພີ່ມທະວີການພົວພັນຄູ່ຮ່ວມມື, ການຮ່ວມມື ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງສອງປະເທດກວ່າອີກ.