ສ້າງການພົວພັນ ຮ່ວມມື ກັບຕ່າງ ປະເທດຂັ້ນທ້ອງຖີ່ນ ໃຫ້ຕິດແທດກັບຕົວ ຈິງ, ມີປະສິດທິຜົນ

ສ້າງການພົວພັນ ຮ່ວມມື ກັບຕ່າງ ປະເທດຂັ້ນທ້ອງຖີ່ນ ໃຫ້ຕິດແທດກັບຕົວ ຈິງ, ມີປະສິດທິຜົນ - ảnh 1
ທ່ານຮອງລັດຖະມົນຕີ Ho Xuan Son ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: ອີນເຕີເນັດ)

(vovworld) - ກອງ​ປະຊຸມ​ສະຫຼຸບ​ການ​ພົວພັນ​ຮ່ວມ​ມື​ສາກົນ​ຂັ້ນ​ທ້ອງ​ຖີ່​ນ ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ສົມທົບ​ກັບຄະນະ​ກຳມະການ​ປະຊາຊົນ ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ​ 18/6 ຢູ່​ນະຄອນ ​ໂຮ່ຈີ​ມິນ. ​ໄລ່​ຮອດ​ເດືອນ 5/2012, ທົ່ວ​ປະ​ເທດ​ມີ 52 ທ້ອງ​ຖີ່​ນ​ເຂົ້າ​ຮ່ວມ​ການ​ເຊັນສັນຍາ​ມິດຕະພາບ​ຮ່ວມ​ມື 340 ສະບັບ ກັບກ່ວາ 200 ຄູ່​ຮ່ວມ​ມືຂັ້ນ​ທ້ອງ​ຖີ່​ນຂອງ 30 ປະ​ເທດ​ໃນ​ໂລກ. ​ເບິ່ງ​ລວມ​ແລ້ວ, ວຽກ​ງານ​ສ້າງ​ຕັ້ງ, ພັດທະນາ​ການ​ພົວພັນ​ຮ່ວມ​ມື​ຂອງ​ບັນດາ​ທ້ອງ​ຖີ່​ນ​ໃນ​ໄລຍະ​ຜ່ານ​ມາ​ບັນລຸ​ໄດ້​ບັນດາ​ໝາກຜົນ​ສຳຄັນ, ປະກອບສ່ວນ​ປະຕິບັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ, ​ເປີດ​ກ້ວາງ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຂອງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ເລີກ​ເຊິ່ງຍິ່ງ​ຂຶ້ນ ​ເພື່ອຮັບ​ໃຊ້​ການ​ພັດທະນາ​ເສດ​ຖະກິດ - ສັງຄົມ​ຂ​ອງທ້ອງ​ຖີ່​ນ ​ແລະ ທົ່ວ​ປະ​ເທດ. ​ໄລຍະ​ຈະ​ມາ​ເຖິງ, ການ​ພົວພັນ​ຮ່ວມ​ມື​ສາກົນຂັ້ນ​ທ້ອງ​ຖີ່​ນຕ້ອງ​ເປັນ​ເຈົ້າ​ການ, ຕັ້ງໜ້າ ​ໃນ​ການ​ຊອກ​ຫາ ​ແລະ ​ເປີດ​ກ້ວາງ​ບັນດາ​ການ​ພົວພັນ​ໃໝ່, ຫັນ​ໄປ​ສູ່​ການ​ຮ່ວມ​ມື​ມິດ​ຕະພາບ ​ເປັນ ການ​ຮ່ວມ​ມື​ແທດ​ຈິງ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Ho Xuan Son ​ໃຫ້​ຮູ້​ວ່າ:

“ທີ່​ໜຶ່ງ​ພວກ​ເຮົາ​ຢືດໝັ້ນ​ແນວທາງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ເຊິ່ງກ​ອງປະຊຸມ​ໃຫຍ່​ຄັ້ງທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ຫາ​ກໍ​ວາງ​ອອກ, ຕ້ອງ​ຄົ້ນ​ຄ້ວາ​ບັນດາ​ຄູ່​ຮ່ວມ​ມື​ທີ່​ດີ, ​ໃກ້ຊິດຕິດ​ແທດ​ກັບ​ໜ້າ​ທີ່​ຂອງ​ທ້ອງ​ຖີ່​ນ​ເພື່ອ​ປະຕິບັດ​ວຽກ​ງານ​ພົວພັນ​​ຕ່າງປະ​ເທດ ​ເປັນ​ຢ່າງ​ດີ. ຕ້ອງ​ມີ​ການສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ເພື່ອ​ປະກາດ​ຢ່າງ​ທັນ​ການໃຫ້​ແກ່​ບັນດາ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ບັນດາ​ອົງການ​ສູນ​ກາງ​ຮັບ​ຊາບເພື່ອ​ມີ​ການ​ໜູນ​ຊ່ວຍ​. ທີ່ 3 ​ແມ່ນ​ວຽກ​ງານ​ພະນັກງານ​ມີ​ຄວາມສຳຄັນ​ຫຼາຍ. ບັນດາ​ພະນັກງານ​​ເຮັດວຽກ​ງານຮ່ວມ​ມື​ສາກົນ, ພົວພັນຕ່າງປະ​ເທດ ຢູ່​ທ້ອງ​ຖີ່​ນຕ້ອງ​​ຮູ້​ດີພາສາ​ຕ່າງປະ​ເທດ ​ແລະ ມີ​ປະສົບ​ການວິຊາ​ຊີບ ​ເພື່ອ​ເປັນ​ເສນາ​ທິການ ​ໃຫ້​ແກ່​ອຳນາດ​ການ​ປົກຄອງ​ຂອງ​ແຂ​ວງ, ນະຄອນ ​ເຮັດ​ວຽກ​ງານ​ນີ້​ເປັນ​ຢ່າງ​ດີ ”

 

ຂ່າວ/ບົດ​ອື່ນ