ສ້າງ​ຄຸນ​ຄ່າ​ຄຸນ​ສົມ​ບັດ, ມາດ​ຖານ​ຊາວ ຫວຽດ​ນາມ​ ໃນ​ຍຸກ​ສະ​ໄໝ​ໃໝ່

(VOVWORLD) - ໂດຍສືບຕໍ່ກອງປະຊຸມຄັ້ງທີ 38, ຕອນເຊົ້າວັນທີ 08 ຕຸລາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາວັດທະນະທຳໄລຍະ 2025 – 2035.
ສ້າງ​ຄຸນ​ຄ່າ​ຄຸນ​ສົມ​ບັດ, ມາດ​ຖານ​ຊາວ ຫວຽດ​ນາມ​ ໃນ​ຍຸກ​ສະ​ໄໝ​ໃໝ່ - ảnh 1 ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: quochoi.vn)
ຕາມນັ້ນແລ້ວ, ຄະນະປະຈຳສະພາແຫ່ງຊາດ ໄດ້ເຫັນດີເປັນເອກະພາບຕໍ່ຄວາມຈຳເປັນມີແຜນນະໂຍບາຍລົງທຶນໂຄງການ, ລະອຽດຮອດປີ 2030 ສູ້ຊົນ100% ບັນດາຫົວໜ່ວຍເຄື່ອນໄຫວວັດທະນະທຳ, ສິລະປະຈັດຕັ້ງປະຕິບັດການຫັນເປັນດີຈີຕອນ, ໝູນໃຊ້ບັນດາຜົນງານຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ນັກຮຽນ, ນັກສຶກສາ, ສຳມະນາກອນ 100% ໃນລະບົບການສຶກສາແຫ່ງຊາດໄດ້ເຂົ້າເຖິງ, ເຂົ້າຮ່ວມບັນດາກິດຈະກຳສຶກສາສິລະປະ, ສຶກສາກ່ຽວກັບມໍລະດົກວັດທະນະທຳຢ່າງມີປະສິດທິຜົນ ແລະ ເປັນປະຈຳ.

        ກ່າວຄຳເຫັນໃນກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ສະເໜີວ່າ:

        “ວັດທະນະທຳຮາກຖານ ແມ່ນເລື່ອງ “ບໍ່ມີເງິນກໍສາມາດເຮັດໄດ້”. ເຮັດແນວໃດເພື່ອໃຫ້ປະຊາຊົນມີສະຕິຄວາມຮັບຮູ້ໃນການສ້າງຄຸນຄ່າຄຸນສົມບັດ, ມາດຖານຊາວ ຫວຽດນາມ ໃນສະໄໝໃໝ່. ກຳລັງແຮງດ້ານວັດທະນະທຳໂດຍແມ່ນປະຊາຊົນຢູ່ຂັ້ນຮາກຖານ ຈຶ່ງອະນຸລັກຮັກສາໄດ້ມໍລະດົກ, ມູນເຊື້ອວັດທະນະທຳ, ມູນເຊືິ້ອຂອງປະເທດຊາດ”.


ຕອບກັບ

ຂ່າວ/ບົດ​ອື່ນ