(vovworld) - ກອງປະຊຸມສຳມະນາ “ເພີ່ມທະວີກຳລັງຄວາມສາມາດແກ່ງແຍ້ງໃຫ້ແກ່ຜະລິດຕະພັນກະເສດ ແລະ ສິນໃນນ້ຳ ຫວຽດນາມ, ສ້າງຄວາມກະຈ່າງແຈ້ງດ້ານຂໍ້ມູນ, ເສັ້ນທາງພັດທະນາແບບຍືນຍົງ” ໄດ້ຖືກຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 17/7, ຢູ່ ຮ່າໂນ້ຍ. ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານກະສິກຳໃຫ້ຮູ້ວ່າ: ປີ 2011, ຜ່ານອົງການ GCF, ລັດຖະບານ ແດນມາກໄດ້ໜູນຊ່ວຍລະບົບ ກຳນົດຕົ້ນກຳເນີດເອກເລກໂຕນິກ ໃຫ້ແກ່ວິສາຫະກິດສົ່ງອອກ ຫວຽດນາມ. ມາຮອດປະຈຸບັນ, ໂຄງການໄດ້ສ້າງສຳເລັດການສ້າງຊອບແວກຳນົດຕົ້ນກຳເນີດເອກເລກໂຕນິກ ໃຫ້ແກ່ບັນດາຜະລິດຕະພັນຄື: ກຸ້ງ, ປາຈາ, ຜັກ, ໝາກໄມ້ ແລະ ໄດ້ໝູນໃຊ້ຢູ່ 12 ວິສາຫະກິດສົ່ງອອກສິນໃນນ້ຳສຳເລັດຜົນ. ກອງປະຊຸມສຳມະນາກໍ່ໄດ້ສະເໜີບັນດາອົງການຄຸ້ມຄອງແຫ່ງລັດຄື: ກະຊວງການຄ້າ, ພາສີ, ກົມຮັບປະກັນຄວາມປອດໄພຫຼັກອະນາໄມດ້ານສະບຽງອາຫານ (ຂຶ້ນກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ) ຄວນປະກາດໃຊ້ບັນດາຂໍ້ກຳນົດສົ່ງເສີ່ມການນຳໃຊ້ຮູບການກຳນົດຕົ້ນກຳເນີດເອກເລກໂຕນິກ ແລະ ສ້າງສາຍພົວພັນຮ່ວມມືກັບບັນດາອົງການມາດຖານເອກະລາດສາກົນ.