ສ້າງຄວາມສະດວກໃຫ້ຊາວຕ່າງປະເທດແລະຊາວຫວຽດນາມອາໄສຢູ່ຕ່າງປະເທດໄດ້ຊື້ເຮືອນຢູ່ຫວຽດນາມ

ສ້າງຄວາມສະດວກໃຫ້ຊາວຕ່າງປະເທດແລະຊາວຫວຽດນາມອາໄສຢູ່ຕ່າງປະເທດໄດ້ຊື້ເຮືອນຢູ່ຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ຕ​​ອນ​ເຊົ້າ​ວັນ​ທີ 14/09, ຢູ່​ນະຄອນ​ໂຮ່ຈິມິນ, ໜັງສືພິມ​ຊາວໜຸ່ມ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​​ມະ​ນາ “​ແກ້​ໄຂ​ຂໍ້​ຕິດ​ຂັດ​ໃຫ້​ຊາວ​ຕ່າງປະ​ເທດ ​ແລະ ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ໄດ​້ຊື້​ເຮືອນ​ຢູ່​ຫວຽດນາມ”. ​ເພື່ອ​ສ້າງ​ເງື່ອນ​ໄຂ​​ໃຫ້ຊາວ​ຕ່າງປະ​ເທດ ​ແລະ ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດຊື້​ເຮືອນ​ຢູ່​ຫວຽດນາມ, ບັນດາ​ນັກ​ຊ່ຽວຊານ​ຖື​ວ່າ, ກະຊວງ​ກໍ່ສ້າງ ຕ້ອງ​ຮີບ​ເຮັ່ງ​ປັບ​ປຸງ​ເພື່ອ​ຍືນ​ສະ​ເໜີ​ຕໍ່​ລັດຖະບານ​ເຊັ່ນ​ອະນຸມັດ​ບັນດາ​ດຳລັດ, ​ແນະນຳ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​​ເຄຫາ​ສະຖານ. ນອກຈາກ​ນັ້ນ, ລັດ​ຕ້ອງ​ມີ​ນະ​ໂຍບາຍ​ລະອຽດ​ໃນ​ການ​ຮັບປະກັນ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​​ໃຫ້​ແກ່​ນັກ​ລົງທຶນ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ຊາວ​ຕ່າງປະ​ເທດ​ ​ເມື່ອ​ຊື້​ເຮືອນ​ຢູ່​ຫວຽດນາມ.

        ປະຈຸ​ບັນ, ມີ​ຊາວຕ່າງປະ​ເທດ​ກວ່າ 80.000 ຄົນ​ພວມ​ດຳລົງ​ຊີ​ວິດ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນັບ​ໝື່ນ​ຄົນ ກັບ​ເມື່ອ​ປະ​ເທດ​​​ໃນ​ແຕ່ລະ​ປີ. ນີ້​ແມ່ນ​ຄວາມ​ສາມາດ​ບົ່​ມຊ້​ອນອັນ​ໃຫຍ່ຫຼວງ​ສຳລັບ​ບັນດາ​ວິ​ສາ​ຫະກິດ​ອະສັງຫາ​ລິ​ມະ​ຊັບພາຍ​ໃນ​ປະ​ເທດ.

ຂ່າວ/ບົດ​ອື່ນ