ສ້າງຄວາມເຫັນດີເປັນເອກະພາບ, ຄົບຊຸດ ແລະ ມີຄວາມຕັດສິນໃຈສູງກວ່າອີກໃນການປ້ອງກັນ, ຕ້ານ ການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້
(VOVWORLD) -ກອງປະຊຸມໄດ້ຈັດຕັ້ງຢູ່ຫໍປະຊຸມຄະນະບໍລິຫານງານສູນກາງພັກ ແລະ ໄດ້ຖ່າຍທອດສົດໄປຍັງສະຖານທີ່ເຊື່ອມຕໍ່ຢູ່ 8 ຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ ແລະ ຄາດວ່າໃນທົ່ວປະເທດຈະມີຜູ້ແທນກ່ວາ 81.000 ທ່ານເຂົ້າຮ່ວມກອງປະຊຸມ.
ກອງປະຊຸມທົ່ວປະເທດສະຫຼຸບ 10 ປີແຫ່ງການປະຕິບັດວຽກງານປ້ອງກັນ, ຕ້ານ ການສໍ້ລາດບັງຫຼວງໄພຫຍໍ້ທໍ້ ໄລຍະ 2012 – 2022 (ພາບ: VOV) |
ຕອນເຊົ້າວັນທີ 30 ມິຖຸນາ, ຢູ່ຮ່າໂນ້ຍ, ກົມການເມືອງໄດ້ຈັດກອງປະຊຸມທົ່ວປະເທດສະຫຼຸບ 10 ປີແຫ່ງການປະຕິບັດວຽກງານປ້ອງກັນ, ຕ້ານ ການສໍ້ລາດບັງຫຼວງໄພຫຍໍ້ທໍ້ ໄລຍະ 2012 – 2022. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ (ຄະນະຊີ້ນຳ) ພ້ອມກັບບັນດາການນຳຫຼັກແຫຼ່ງຂອງພັກ, ລັດ ແລະ ຄະນະຊີ້ນຳບໍລິຫານກອງປະຊຸມ.
ກອງປະຊຸມໄດ້ຈັດຕັ້ງຢູ່ຫໍປະຊຸມຄະນະບໍລິຫານງານສູນກາງພັກ ແລະ ໄດ້ຖ່າຍທອດສົດໄປຍັງສະຖານທີ່ເຊື່ອມຕໍ່ຢູ່ 8 ຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ ແລະ ຄາດວ່າໃນທົ່ວປະເທດຈະມີຜູ້ແທນກ່ວາ 81.000 ທ່ານເຂົ້າຮ່ວມກອງປະຊຸມ.
ກົມການເມືອງຕັດສິນໃຈຈັດຕັ້ງກອງປະຊຸມທົ່ວປະເທດສະຫຼຸບ 10 ປີແຫ່ງການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ ໄລຍະ 2012 – 2022 ເພື່ອແນໃສ່ຕີລາຄາສະພາບການໝາກຜົນທີ່ບັນລຸໄດ້, ບັນດາຂໍ້ຈຳກັດ, ຈຸດອ່ອນຂອງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ໃນ 10 ປີຜ່ານມາ ແລະ ພາຍຫຼັງ ການປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ມາກ່ວາ 1 ປີ.