ສ້າງຄວາມເຫັນດີເຫັນພ້ອມເພື່ອຮັບມືກັບບັນດາຜົນກະທົບຈາກພາຍນອກຢ່າງມີໄຫວພິບ
(VOVWORLD) - ຕອນຄໍ່າວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ທ່ານພົນເອກໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນເຈົ້າພາບງານລ້ຽງຮຮັບຮອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມວົງແຄບ ລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ (ADMM ວົງແຄບ).
ທ່ານພົນເອກໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ (ພາບ: TTXVN) |
ກ່າວຄໍາເຫັນທີ່ງານລ້ຽງ, ທ່ານພົນເອກໂງຊວັນລິກ ເນັ້ນໜັກວ່າ: ດ້ວຍການຂະຫຍາຍຕົວໃນກວ່າເຄິ່ງສະຕະວັດຂອງ ອາຊຽນ, ບັນດາປະເທດສະມາຊິກ ໄດ້ຮັກສາຄວາມເປັນເອກະພາບໃນຄວາມເປັນຫຼາຍຮູບຫຼາຍສີຂອງບັນດາປະເທດ, ສືບຕໍ່ຮ່ວມສໍາພັນກັນຢ່າງແໜ້ນແຟ້ນ ດ້ວຍບັນດາຄຸນຄ່າສີສັນວັດທະນະທໍາ, ອາລົມຈິດຂອງປະຊາຄົມ, ຄວາມຮັບຜິດຊອບ ແລະ ຜົນປະໂຫຍດໃນຊາຍຄາລວມ. ການຮ່ວມສໍາຄັນຂອງປະຊາຄົມ ການເມືອງ - ຄວາມໝັ້ນຄົງ ອາຊຽນ ໄດ້ເພີ່ມພູນຄູນສ້າງມາຈາກຄວາມມຸ່ງມາດປາດຖະໜາຢາກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ເປັນປະຖົມປັດໄຈໃຫ້ແກ່ການພັດທະນາແບບຍືນຍົງຂອງບັນດາປະເທດທັງໝົດໃນພາກພື້ນ.
ຕາມທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວັນລິກ ແລ້ວ, ທີ່ກອງປະຊຸມ ADMM ວົງແຄບ, ລັດຖະມົນຕີກະຊວງປ້ອງກັນປະເທດຂອງບັນດາປະເທດ ອາຊຽນ ລ້ວນແຕ່ເຫັນດີເປັນເອກະພາບ ຮັບຮູ້ນໍາກັນວ່າ: ຢືນຢູ່ຕໍ່ໜ້າບັນດາການຜັນແປສັບສົນທີ່ເກີດຂຶ້ນຢ່າງລຽນຕິດຂອງສະພາບການໂລກ, ພາກພື້ນນັ້ນ ອາຊຽນ ຕ້ອງເພີ່ມທະວີການເຊື່ອມຕໍ່ພາຍໃນກຸ່ມ ເພື່ອແນໃສ່ສ້າງຄວາມເຫັນດີເຫັນພ້ອມ, ກໍາລັງແຮງລວມໝູ່ ເພື່ອຮັບມືກັບບັນດາຜົນກະທົບຈາກພາຍນອກຢ່າງມີໄຫວພິບ ແລະ ເປັນເຈົ້າການ.