ສ້າງຕັ້ງສະພາຊີ້ນຳຮຽບຮຽງວັດຈະນານຸກົມຊັບພະວິຊາຫວຽດນາມ
(ພາບປະກອບ)
(vovworld) – ທ່ານນາຍົກລັດຖະມົນຕີ ຫາກໍ່ຕົກລົງສ້າງຕັ້ງສະພາຊີ້ນຳຮຽບຮຽງວັດຈະນານຸກົມຊັບພະວິຊາຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນປະທານສະພາ. ສະພາຊີ້ນຳຮຽບຮຽງວັດຈະນານຸກົມຊັບພະວິຊາຫວຽດນາມ ມີບັນດາໜ້າທີ່ຄື ເປັນເສນາທິການ, ສະເໜີກັບນານຍົກລັດຖະມົນຕີກ່ຽວກັບແຜນນະໂຍບາຍ ແລະ ມາດຕະການຮຽບຮຽງວັດຈະນານຸກົມຊັບພະວິຊາຫວຽດນາມ; ຊ່ວຍນາຍົກລັດຖະມົນຕີຊີ້ນຳ, ສົມທົບວຽກງານກ່ຽວຂ້ອງເຖິງການຮຽບຮຽງວັດຈະນານຸກົມຊັບພະວິຊາຫວຽດນາມ ຮັບປະກັນຖືກຕາມຄວາມຮຽກຮ້ອງ, ຈຸດໝາຍ ແລະ ລະດັບຄວາມຄືບໜ້າຂອງແຜນຮ່າງທີ່ໄດ້ເຊັ່ນອະນຸມັດຜ່ານ; ຊີ້ນຳອະນຸມັດ ແລະ ຮຽບຮຽງດ້ານເນື້ອໃນ, ພິມຈຳໜ່າຍວັດຈະນານຸກົມຊັບພະວິຊາຫວຽດນາມ…