ສ້າງຕັ້ງສະມາຄົນມິດຕະພາບຍີ່ປຸ່ນຫວຽດນາມເຂດHokuriku,ຍີ່ປຸ່ນ
ພິທີສະເໝີຕົວສະມາຄົນມິດຕະພາບ
ຍີ່ປຸ່ນ - ຫວຽດນາມ ເຂດ Hokuriku
(ພາບ: vietnam+)
(vovworld) – ວັນທີ 14/10, ຢູ່ນະຄອນ Toyama ຍີ່ປຸ່ນ, ໄດ້ດຳເນີນພິທີສະເໝີຕົວສະມາຄົນມິດຕະພາບ ຍີ່ປຸ່ນ - ຫວຽດນາມ ເຂດ Hokuriku. ສະມາຄົມໄດ້ຮັບການສ້າງຕັ້ງຂຶ້ນ ດ້ວຍຈຸດໝາຍປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ພົບປະແລກປ່ຽນ ແລະ ຮ່ວມມືລະຫວ່າງເຂດ Hokuriku ແລະ ຍີ່ປຸ່ນ ກັບ ຫວຽດນາມ, ໂດຍຜ່ານບັນດາການເຄື່ອນໄຫວເສດຖະກິດ, ການຄ້າ, ການລົງທຶນ, ຮ່ວມມືກ່ຽວກັບວິທະຍາສາດ - ເຕັກໂນໂລຢີ, ແລກປ່ຽນວັດທະນະທຳ, ການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ເຂົ້າຮ່ວມສະມາຄົມມິດຕະພາບແມ່ນບັນດາວິສາຫະກິດ, ນັກການເມືອງ, ນັກຮຽນຮູ້ ແລະ ປະຊາຊົນ ຍີ່ປຸ່ນ, ໃນນັ້ນ ແກ່ນສານແມ່ນບັນດາວິສາຫະກິດເຂດ Hokuriku ພວມລົງທຶນ ແລະ ມີຄວາມສົນໃຈເຖິງການດຳເນີນທຸລະກິດຢູ່ ຫວຽດນາມ. ໃນກາງເດືອນ 11, ຄະນະຜູ້ແທນລວມປະມານ 15 ຄົນ, ໃນນັ້ນມີນັກສຶກສາຂະແໜງກະສິກຳຫລາຍຄົນ ໂດຍທ່ານ Sakurai Morio ເຈົ້າຄອງນະຄອນ Oyabe ຂຶ້ນກັບແຂວງ Toyama ເປັນສະມາຊິກສະມາຄົມມິດຕະພາບ ມາຢ້ຽມຢາມ, ຊອກຮູ້ ແລະ ພົບປະແລກປ່ຽນຢູ່ແຂວງ ແທງຮ໋ວາ. ນີ້ແມ່ນການເຄື່ອນໄຫວແທດຈິງຄັ້ງທຳອິດຂອງສະມາຄົມມິດຕະພາບເຂດ Hokuriku ແລະ ໃນໄລຍະຈະມາເຖິງທາງສະມາຄົມຈະສືບຕໍ່ບັນດາການເຄື່ອນໄຫວພົວພັນແລກປ່ຽນກັບ ຫວຽດນາມ.