ສ້າງຕັ້ງສະມາຄົມນັກທຸລະກິດ ຫວຽດນາມ - ການາດາ
(VOVWORLD) -ພາຍຫຼັງປຶກສາຫາລືແລກປ່ຽນ ແລະ ກະກຽມຢ່າງລອບຄອບຖີ່ຖ້ວນ ພາຍໃຕ້ການຊີ້ນຳ, ນຳພາ ແລະ ການຮ່ວມເດີນທາງຂອງສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Vancouver, ການາດາ, ສະມາຄົມນັກທຸລະກິດ ຫວຽດນາມ - ການາດາ (VCB Asssociation) ໄດ້ຈັດກອງປະຊຸມໃຫຍ່ສ້າງຕັ້ງສະມາຄົມໃນວັນທີ 1 ຕຸລາ.
ການມອບໃບຢັ້ງຢືນສະມາຊິກ (ພາບ: Viet Tuan) |
ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານຮອງລັດຖະມົນຕີກະຊວງພາຍໃນ ຫງວຽນຈ້ອງເທື່ອ ສະແດງຄວາມເຊື່ອໝັ້ນວ່າ VCB Association ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສາຍພົວພັນທາງດ້ານເສດຖະກິດ, ການຄ້າລະຫວ່າງ ຫວຽດນາມ ແລະ ການາດາ. ກະຊວງພາຍໃນປຶກສາຫາລືກັບບັນດາຝ່າຍທີ່ກ່ຽວຂ້ອງເພື່ອໃຫ້ VCB Association ສາມາດເປີດກວ້າງເຄືອຂ່າຍສະມາຊິກຢູ່ ຫວຽດນາມ ແລະ ມີກິດຈະກຳແທດຈິງຫຼາຍຢ່າງ.
ທ່ານ Dan On, ປະທານບໍລິສັດ Dan D Pak ແລະ ກໍແມ່ນປະທານຜູ້ທຳອິດຂອງ VCB Association ໄດ້ແບ່ງປັນເລື່ອງລາວການລົງທຶນທີ່ປະສົບຜົນສຳເລັດຂອງທ່ານຢູ່ບ້ານເກີດເມືອງນອນ ໃນໄລຍະປ່ຽນແປງໃໝ່ ແລະ ຮຽກຮ້ອງໃຫ້ບັນດາສະມາຊິກພ້ອມກັນລົງທຶນ, ດຳເນີນທຸລະກິດ, ຮ່ວມແຮງຮ່ວມໃຈເຮັດໃຫ້ສາຍພົວພັນສອງຝ່າຍເລິກເຊິ່ງຂຶ້ນຕື່ມ.