ສ້າງພື້ນຖານລັດຖະການ ລັດຖະກອນຫວຽດ ນາມຢ່າງມີປະສິດທິຜົນ


ສ້າງພື້ນຖານລັດຖະການ ລັດຖະກອນຫວຽດ ນາມຢ່າງມີປະສິດທິຜົນ - ảnh 1

 (ພາບ: Đức Tám/TTXVN)

(vovworld) –​​​​​​​​ຕອນ​ບາຍວັນ​ທີ 20/10, ກອງ​ປະຊຸມ​​ອົງການ​ບໍລິຫານ​ພາກ​ຕາ​ເວັນ​ອອກ​ໂລກ EROPA 2014 ​ໄດ້​ຖືກ​ໄຂ​ຂຶ້ນຢູ່​ຮ່າ​ໂນ້ຍ, ດ້ວຍ​ຫົວ​ເລື່ອງ: “ການ​ບໍລິຫານ​ລັດ​ໃນ​ສະພາບ​ການ​ເຊື່ອງ​ໂຍງ​ເຂົ້າກັບ​ພາກ​ພື້ນ ​ແລະ ​ໂລກ“, ກອງ​ປະຊຸມ EROPA 2014 ​ໄດ້ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ຜູ້​ແທນ 10 ປະ​ເທດ​ສະມາຊິກ EROPA ພ້ອມ​ດ້ວຍ​ບັນດາ​ຜູ້​ແທນ​ຕ່າງປະ​ເທດ ​ແລະ ບັນດາ​ນັກຮຽນ​ຮູ້, ນັກ​ຄຸ້ມ​ຄອງ, ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ຫວຽດນາມ. ກ່າວ​ຄຳ​ເຫັນ​​ໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ຢືນຢັນ​ວ່າ: ການ​ປະຕິ​ຮູບ​ລະບຽບການ​ບໍລິຫານ​ແມ່ນ​ຂອດ​ບຸກທະລຸ​ໃນ​ການ​ປະຕິ​ຮູບ​ພື້ນຖານ​ບໍລິຫານ​ລັດ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ຊີ້​ແຈ້ງວ່າ:

  “ລັດຕ້ອງປະຕິບັດພາລະໜ້າທີ່ຮັບໃຊ້ປະຊາຊົນເປັນຢ່າງດີ, ​ໃນນັ້ນການຍົກສູງຄຸນນະພາ, ປະສິດທິພາບ, ປະສິດທິຜົນການຄຸ້ມຄອງຂອງລະບົບບໍລິຫານລັດແມ່ນຂອດສຳຄັນມີຄວາມໝາຍຕັດສິນຊີ້ຂາດ. ຕ້ອງສຸມໃສ່ປະຕິຮູບຢ່າງເລິກເຊິ່ງກ້ວາງຂວາງດ້ານໂຄງປະກອບການຈັດຕັ້ງ, ວິທີການເຄື່ອນໄຫວຂອງກົງຈັກບໍລິຫານລັດແລະ ລະບອບລັດຖະການ, ລັດຖະກອນດ້ວຍຈຸດໝາຍສ້າງພື້ນຖານລັດຖະການຮັບໃຊ້ປະຊາຊົນຢ່າງມີຄວາມຮັບຜິດຊອບ, ຂະຫຍັນຂັນເຂື່ອນ, ຈະແຈ້ງ, ມີປະສິດທິຜົນ“./.

ຂ່າວ/ບົດ​ອື່ນ