ສ້າງສານະຄອນຫລວງຮ່າໂນ້ຍໃຫ້ຮັ່ງມີສວຍງາມ,ສີວິໄລ,ທັນສະໄຫມ

(VOVWORLD) -ວັນທີ 10 ຕຸລາ ແມ່ນຄົບຮອບ 67 ປີແຫ່ງວັນປົດປ່ອຍນະຄອນຫລວງ ຮ່າໂນ້ຍ (10/10/1954-10/10/2021). 67 ປີຜ່ານມາ ຈາກຕົວເມືອງມີຂອບຂະຫນາດພົນລະເມືອງປະມານ 43,7 ໝື່ນຄົນ, ຖືກສົງຄາມທຳລາຍຢ່າງຫນັກຫນ່ວງ, ແຕ່ນະຄອນຫລວງຮ່າໂນ້ຍ ໄດ້ມານະພະຍາຍາມບື່ນຕົວຂຶ້ນນັບມື້ນັບເຕີບໃຫຍ່ເຂັ້ມແຂງພັດທະນາຢ່າງແຮງ.

ສ້າງສານະຄອນຫລວງຮ່າໂນ້ຍໃຫ້ຮັ່ງມີສວຍງາມ,ສີວິໄລ,ທັນສະໄຫມ - ảnh 1ຮ່າໂນ້ຍ ມານະພະຍາຍາມບືນຕົວຂຶ້ນໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ. (ພາບປະກອບ :tuoitrethudo.vn)

ເນື່ອງໃນໂອກາດນີ້, ທ່ານ ດີງຕຽນຢູ໋ງ ເລຂາຄະນະພັກນະຄອນ ຮ່າໂນ້ຍ ໄດ້ມີບົດຂຽນດ້ວຍຫົວຂໍ້ “ກຳລັງຫນູນສ້າງສານະຄອນຫລວງ ຮ່າໂນ້ຍ ໃຫ້ນັບມື້ນັບຮັ່ງມີສວຍງາມ”.  ໃນບົດຂຽນ, ທ່ານດີງຕຽນຢູ໋ງ ເນັ້ນຫນັກວ່າ: ໄລຍະຈະມາເຖິງ, ນະຄອນ ຮ່າໂນ້ຍ ຈະມານະພະຍາຍາມຮັກສາໝາກຜົນການປ້ອງກັນຕ້ານໂລກລະບາດໃຫ້ໄດ້ຢ່າງໝັ້ນຄົງ ແລະ ສ້າງບາດກ້າວປັບຕົວໃຫ້ແທດເໝາະກັບສະພາບການຢ່າງມີຄວາມປອດໄພ, ໄຫວພິບ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນໃນເທື່ອລະກ້າວ.

ເພື່ອຟື້ນຕົວ ແລະ ພັດທະນາເສດຖະກິດ ສັງຄົມ, ນັບແຕ່ນີ້ຮອດທ້າຍປີ, ນະຄອນ ຈະເອົາໃຈໃສ່ 3 ເນື້ອໃນສຳຄັນ: ສຸມໃສ່ແຫລ່ງກຳລັງ, ຍູ້ໄວລະດັບການປ່ອຍເງິນລົງທຶນກໍ່ສ້າງພື້ນຖານໂຄງລ່າງ;  ວຽກງານບໍລິຫານ; ປະຕິບັດລາຍຮັບ - ລາຍຈ່າຍງົບປະມານໃຫ້ມີປະສິດທິຜົນ, ຖືກທິດ, ຍູ້ແຮງການປະຕິຮູບດ້ານບໍລິຫານ, ເພີ່ມທະວີການໂອ້ລົມສົນທະນາ, ແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດ. ທ່ານເລຂາຄະນະພັກ ນະຄອນ ຮ່າໂນ້ຍ ຢືນຢັນ: ຄາດໝາຍ, ຫນ້າທີ່ວາງອອກແມ່ນຫນັກຫນ່ວງທີ່ສຸດ, ຮ່າໂນ້ຍ ຈະມານະພະຍາຍາມກໍ່ສ້າງອົງຄະນະພັກ ແລະ ລະບົບການເມຶອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ຍູ້ແຮງການປ່ຽນໃຫມ່ປະດິດຄິດສ້າງ ແລະ ເຊື່ອມໂຍງເຂົ້າກັບສາກົນ, ສ້າງສານະຄອນຫລວງໃຫ້ນັບມື້ນັບຮັ່ງມີສວຍງາມ, ສີວິໄລ, ທັນສະໄຫມ.


ຕອບກັບ

ຂ່າວ/ບົດ​ອື່ນ