(vovworld) - ກ່າວຄຳເຫັນທີ່ການຕ້ອນຮັບທ່ານຮອງເຈົ້າແຂວງ ແຂວງຢວນໜານ (ປະເທດຈີນ) ຫຼີວຮຸ່ງອຽນ, ເມື່ອຕອນບ່າຍວັນທີ 05/03, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທຽນເຍີນ ໄດ້ສະແດງຄວາມມ່ວນຊື່ນຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ - ຈີນ ເວົ້າລວມ ແລະ ສຳລັບແຂວງຢວນໜານ ເວົ້າສະເພາະ ທີ່ພວມໄດ້ຮັບການພັດທະນານັບມື້ນັບດີງາມ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ເພື່ອຍູ້ແຮງການພັດທະນາ, ການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດຢ່າງແຮງກວ່າອີກ, ຫວຽດນາມ ຈະກໍ່ສ້າງສຳເລັດເສັ້ນທາງດ່ວນຮ່າໂນ້ຍ - ຈີນ ໃນປີ 2014 ຕາມແຜນການທີ່ໄດ້ວາງອອກ. ທ່ານຮອງນາຍົກລັດຖະມົນຕີກໍສະເໜີໃຫ້ຝ່າຍຈີນ ກໍ່ສ້າງເສັ້ນທາງດ່ວນຈາກກຸນໝິງ ໄປ ລາວກາຍ ໃຫ້ສຳເລັດໂດຍໄວ, ເພື່ອໃຫ້ເສັ້ນທາງການຄ້ານຳເຂົ້າໃຊ້ການໂດຍໄວ. ທ່ານ ຮອງເຈົ້າແຂວງ ແຂວງຢວນໜານ ຫຼີວຮຸ່ງອຽນ ໄດ້ສະແດງຄວາມປະທັບໃຈຕໍ່ການພັດມະນາດ້ານເສດຖະກິດ - ສັງຄົມຂອງຫວຽດນາມ ໃນໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ ດ້ວຍບັນດາຄວາມມານະພະຍາຍາມຂອງ 2 ປະເທດ, ບັນດາບັນຫາຄື ພື້ນຖານໂຄງລ່າງຈະໄດ້ຮັບການປັບປຸງໂດຍໄວ ເພື່ອຊຸກຍູ້ການພົວພັນດ້ານເສດຖະກິດ, ແລກປ່ຽນການຄ້າໃນໄລຍະຈະມາເຖິງ.