ສ້າງຮ່າງຍຸດທະສາດແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໄລຍະຮອດປີ 2050

(VOVWORLD) -ເປົ້າໝາຍຂອງຍຸດທະສາດແມ່ນເພື່ອແນໃສ່ຫຼຸດຜ່ອນຄວາມເສຍຫາຍ ແລະ ຄວາມສ່ຽງສູງຕໍ່ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ຜ່ານການຍົກສູງຄວາມສາມາດຕ້ານທານ ແລະ ກຳລັງຄວາມສາມາດຮັບມືຂອງລະບົບທຳມະຊາດ
ສ້າງຮ່າງຍຸດທະສາດແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໄລຍະຮອດປີ 2050 - ảnh 1ຜູ້ແທນເຂົ້າຮ່ວມກອງປະຊຸມທາງໄກ
(ພາບ: hanoimoi.com.vn)

ວັນທີ 14 ເມສາ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ຈັດກອງປະຊຸມທາງໄກກ່ຽວກັບການສ້າງຮ່າງຍຸດທະສາດແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໄລຍະຮອດປີ 2050.

        ເປົ້າໝາຍຂອງຍຸດທະສາດແມ່ນເພື່ອແນໃສ່ຫຼຸດຜ່ອນຄວາມເສຍຫາຍ ແລະ ຄວາມສ່ຽງສູງຕໍ່ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ຜ່ານການຍົກສູງຄວາມສາມາດຕ້ານທານ ແລະ ກຳລັງຄວາມສາມາດຮັບມືຂອງລະບົບທຳມະຊາດ, ເສດຖະກິດ ແລະ ສັງຄົມ, ຫຼຸດຜ່ອນຄວາມເສຍຫາຍຍ້ອນໄພທຳມະຊາດ; ຍົກສູງຄຸນນະພາບການເຕີບໂຕ, ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ, ຕັ້ງໜ້າປະກອບສ່ວນຢ່າງມີຄວາມຮັບຜິດຊອບພ້ອມກັບປະຊາຄົມສາກົນປົກປ້ອງລະບົບດິນຟ້າອາກາດຂອງໜ່ວຍໂລກ.

        ຍຸດທະສາດກໍ່ວາງອອກບັນດາໜ້າທີ່ກ່ຽວກັບການສ້າງລະບອບລະບຽບການໃຫ້ສົມບູນແບບ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ແຫຼ່ງກຳລັງຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ. ໃນນັ້ນ, ເອົາໃຈໃສ່ສ້າງ ແລະ ປັບປຸງກົນໄກ, ນະໂຍບາຍ, ກົດໝາຍກ່ຽວກັບການປ່ຽງແປງຂອງດິນຟ້າອາກາດກ່ອນປີ 2030 ໃຫ້ສົມບູນແບບ; ຍົກລະດັບຄວາມຮັບຮູ້ ແລະ ດຶງດູດການເຂົ້າຮ່ວມຂອງປະຊາຄົມໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ພັດທະນາແຫຼ່ງຊັບພະຍາກອນມະນຸດ; ຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ; ຍູ້ແຮງການຮ່ວມມືສາກົນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…

ຕອບກັບ

ຂ່າວ/ບົດ​ອື່ນ