ສ້າງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ກາຍເປັນສະຖານທີ່ທ່ອງທ່ຽວຢູ່ແຄມແມ່ນ້ຳອັນດັບ 1 ຂອງ ອາຊີ
(VOVWORLD) - ໝາກຜົນຂອງການສຶກສາຄົ້ນຄ້ວາຍຸດທະສາດການພັດທະນາການທ່ອງທ່ຽວສະແດງໃຫ້ເຫັນວ່າ ລວມຍອດການໃຊ້ຈ່າຍໂດຍກົງຂອງແຂກທ່ອງທ່ຽວໃນພາກພື້ນຈົນຮອດປີ 2030 ບັນລຸໄດ້ 4 ຕື້ USD.
ທ່ານ Marcin Miller, ຜູ້ອຳນວຍການຝ່າຍບໍລິຫານ ກຸ່ມບໍລິສັດທີ່ປຶກສາ BCG (ພາບ: TTXVN) |
ວັນທີ 18 ມີນາ, ໃນບົດລາຍງານຕໍ່ກັບ ການນຳ ນະຄອນ ເກີ່ນເທີ ກ່ຽວກັບ ໝາກຜົນຂອງການສຶກສາຄົ້ນຄ້ວາຍຸດທະສາດການພັດທະນາການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແລະ ນະຄອນ ເກີ່ນເທີ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານ Marcin Miller, ຜູ້ອຳນວຍການຝ່າຍບໍລິຫານ ກຸ່ມບໍລິສັດທີ່ປຶກສາ BCG, ໃຫ້ຮູ້ວ່າ ໝາກຜົນຂອງການສຶກສາຄົ້ນຄ້ວາຍຸດທະສາດການພັດທະນາການທ່ອງທ່ຽວສະແດງໃຫ້ເຫັນວ່າ ລວມຍອດການໃຊ້ຈ່າຍໂດຍກົງຂອງແຂກທ່ອງທ່ຽວໃນພາກພື້ນຈົນຮອດປີ 2030 ບັນລຸໄດ້ 4 ຕື້ USD ແລະ ດຶງດູດແຂກທ່ອງທ່ຽວທີ່ຢຸດພັກຄ້າງຄືນເກືອບ 20 ລ້ານຄົນ, ໃນນັ້ນມີ ແຂກທ່ອງທ່ຽວຊາວຕ່າງປະເທດປະມານ 30%, ສ້າງ ວຽກເຮັດງານທຳໃໝ່ໃຫ້ແກ່ປະຊາຊົນທ້ອງຖິ່ນ 300 ຄົນ. ເພື່ອປະຕິບັດວຽກງານດັ່ງກ່າວເປັນຢ່າງດີຕ້ອງມີການເຊື່ອມຕໍ່ລະຫວ່າງພື້ນຖານໂຄງລ່າງ ແລະ ການລົງທຶນຢ່າງຄົບຊຸດ, ການປະກອບສ່ວນຂອງບັນດາຫົວໜ່ວຍທີ່ກ່ຽວຂ້ອງເພື່ອສ້າງການສຳຜັດຕົວຈິງທີ່ເປັນເອກະລັກສະເພາະໃຫ້ແກ່ແຂກທ່ອງທ່ຽວ … ທ່ານ ຫວໍແທ່ງທົ໊ງ ປະທານຄະນະກຳມະການປະຊາຊົນ ນະຄອນ ເກີ່ນເທີ ໃຫ້ຮູ້ວ່າ ພື້ນຖານໂຄງລ່າງການທ່ອງທ່ຽວ ແລະ ຟື້ນຖານໂຄງລ່າງຄົມມະນາຄົມ ຂອງເຂດ ແລະ ນະຄອນຄວນສືບຕໍ່ໄດ້ຮັບການລົງທຶນ ແລະ ບູລະນະເພື່ອສ້າງເງື່ອນໄຂໃຫ້ແກ່ແຂກທ່ອງທ່ຽວໃນການເຂົ້າຮ່ວມບັນດາຜະລິດຕະພັນການທ່ອງທ່ຽວເຂດແມ່ນ້ຳລຳເຊ - ການທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງເຂດດັ່ງກ່າວ…ນະຄອນ ເກີ່ນເທີ ພ້ອມ ແລ້ວທີ່ຈະນຳຍຸດທະສາດພັດທະນາການທ່ອງທ່ຽວດັ່ງກ່າວເຂົ້າໃນການວາງແຜນກຳນົດພັດທະນາເສດຖະກິດ - ສັງຄົມ ຂອງ ນະຄອນ ໃນໄລຍະຈະມາເຖິງ.