ສ້າງເຄືອຂ່າຍບັນດານະຄອນວັດທະນະທຳຮ່ວມມືອາຊີຕາເວັນອອກ - ອາເມລິກາລາຕິນ

ສ້າງເຄືອຂ່າຍບັນດານະຄອນວັດທະນະທຳຮ່ວມມືອາຊີຕາເວັນອອກ - ອາເມລິກາລາຕິນ - ảnh 1
ວາ​ລະ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ໂຄງ​ການ“ສ້າງ​ເຄືອ​ຂ່າຍ​ບັນ​ດາ​ນະ​ຄອນ​ວັດ​ທະ​ນະ​ທຳ​ຂອງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ-ອາ​ເມ​ລິ​ກາ​ລາ​ຕິນ ”
                                    (baomoi.com)


(vovworld)- ພາຍຫຼັງ​ດຳ​ເນີນ​ມາ​ເປັນ​ເວ​ລາ 2 ວັນ, ວາ​ລະ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ໂຄງ​ການ “ ສ້າງ​ເຄືອ​ຂ່າຍ​ບັນ​ດາ​ນະ​ຄອນ​ວັດ​ທະ​ນະ​ທຳ​ຂອງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ - ອາ​ເມ​ລິ​ກາ​ລາ​ຕິນ  ” ທີ່​ຈັດ​ຂຶ້ນ​ຢູ່​ເຫ້ວ ໄດ້​ສິ້ນ​ສຸດ​ລົງ​ເມືອ​ວັນ​ທີ 30/4 ດ້ວຍ​ການ​ເປັນ​ເອ​ກະ​ພາບ​ກັນ​ສ້າງ​ຕັ້ງ “ເຄືອ​ຂ່າຍ​ບັນ​ດາ​ນະ​ຄອນ​ວັດ​ທະ​ນະ​ທຳ​ຂອງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ - ອາ​ເມ​ລິ​ກາ​ລາ​ຕິນ” ເຄືອ​ຂ່າຍດັ່ງ​ກ່າວ ໄດ້​ຮັບ​ການ​ສ້າງ​ຂຶ້ນ​ແມ່ນ​ເພື່ອ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ, ທັງ​ໄດ້​ແລກ​ປ່ຽນ, ຮ່ວມ​ມື, ພິ​ເສດ ແມ່ນ​ລະ​ຫວ່າງ​ປະ​ຊາ​ຊົນ​ຂອງ 2 ພາກ​ພື້ນ ແລະ ໃນ​ໂລກ.

     ວາ​ລະ​ປະ​ຊຸມ​ກໍ​ໄດ້​ອອກ​ຖະ​ແຫຼງ​ການ​ຂອງກອງ​ປະ​ຊຸມເຄືອ​ຂ່າຍ​ບັນ​ດາ​ນະ​ຄອນ​ວັດ​ທະ​ນະ​ທຳ​ຂອງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ - ອາ​ເມ​ລິ​ກາ​ລາ​ຕິນ ຊຶ່ງ​ໄດ້​ຢືນ​ຢັນ​ຄວາມ​ສຳ​ຄັນ​ຂອງວັດ​ທະ​ນະ​ທ​ຳ​ທີ່​ມີ​ຕໍ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ເວົ້າ​ລວ​ມ ແລະ ການ​ພັດ​ທະ​ນາ​ຕົວ​ເມືອງ​ເວົ້າ​ສະ​ເພາະ. ຖະ​ແຫຼງ​ການ​ຍັງ​ເນັ້ນ​ໜັກເຖິງຄວາມ​ສຳ​ຄັນ​ຂອງ​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ໃນ​ໄລ​ຍະ​ຫັນ​ເປັນ​ຕົວ​ເມືອງ​ຢ່າງວ່ອງ​ໄວ​ອີກ​ດ້ວຍ.
ຂ່າວ/ບົດ​ອື່ນ