ສ້າງເງື່ອນໄຂດີທີ່ສຸດໃຫ້ວິສາຫະກິດສຳພັດແຫຼ່ງກຳລັງພັດທະນາການຜະລິດດຳເນີນທຸລະກິດ
ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ
ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VGP)
(vovworld) - ວັນທີ 26/05, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ, ໄດ້ເປັນປະທານກອງປະຊຸມກວດກາຄືນສະພາບຜັນຂະຫຍາຍການສ້າງບັນດາເອກະສານນິຕິກຳທີ່ກ່ຽວຂ້ອງເຖິງການຮັບປະກັນເງື່ອນໄຂລົງທຶນ, ດຳເນີນທຸລະກິດໃນຂົງເຂດເສດຖະກິດ. ພາຍຫຼັງກວດກາເນື້ອໃນ, ຄວາມຄືບໜ້າໃນການສ້າງລະຮ່າງມະຕິແຕ່ລະສະບັບຢ່າງລະອຽດ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເນັ້ນໜັກເຖິງຄາດໝາຍປະຕິບັດຄວາມປາດຖະໜາຂອງລັດຖະບານ, ນາຍົກລັດຖະມົນຕີ ກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ, ໃນນັ້ນຄວາມຮຽກຮ້ອງສຳຄັນທີ່ສຸດແມ່ນການປະຕິຮູບລະບອບ. ໂດຍລະອຽດແມ່ນ, ຕ້ອງສ້າງລະບອບ, ສ້າງເງື່ອນໄຂດີທີ່ສຸດໃຫ້ວິສາຫະກິດ, ປະຊາຊົນສຳພັດກັບແຫຼ່ງກຳລັງເພື່ອພັດທະນາການຜະລິດ, ດຳເນີນທຸລະກິດ. ຕາມທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ແລ້ວ, ບັນດາກະຊວງ, ຂະແໜງການໄດ້ຮີບເຮັ່ງປະຕິບັດຄຳສັ່ງຊີ້ນຳຂອງນາຍົກລັດຖະມົນຕີ ເພື່ອປັບປຸງລະບອບໃນຂົງເຂດຮັບຜິດຊອບ; ກວດກາຄືນບັນດາເງື່ອນໄຂລົງທຶນດຳເນີນທຸລະກິດຍັງບໍ່ທັນເໝາະສົມ, ກີດຂວາງເຖິງການພັດທະນາ. ໃນໄລຍຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຮຽກຮ້ອງໃຫ້ບັນດາກະຊວງຮີບເຮັ່ງປະຕິບັດວຽກງານທີ່ຍັງເຫຼືອຂອງຕົນ ແລະ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຕ້ອງສົມທົບກັນຢ່າງແໜ້ນແຟ້ນເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມສູງ.