ສ້າງເງື່ອນໄຂສະດວກກ່ຽວກັບລະບຽບການເຂົ້າ-ອອກເມືອງໃຫ້ຊາວຕ່າງປະເທດເຂົ້າຫວຽດນາມຊຸກຍູ້ການລົງທຶນ,ພັດທະນາເສດຖ

ສ້າງເງື່ອນໄຂສະດວກກ່ຽວກັບລະບຽບການເຂົ້າ-ອອກເມືອງໃຫ້ຊາວຕ່າງປະເທດເຂົ້າຫວຽດນາມຊຸກຍູ້ການລົງທຶນ,ພັດທະນາເສດຖ - ảnh 1
ແຂກທ່ອງທ່ຽວຕ່າງປະເທດຢູ່ສະໜາມບິນ ເຕີນເຊີເຍີດ
(ພາບ: HTD)


(vovworld) – ສ້າງ​ເງື່ອນ​ໄຂ​ສະດວກ​ກ່ຽວ​ກັບ​ລະບຽບ​ການເຂົ້າ -​ ອອກ​ເມືອງ​ໃຫ້​ຊາວ​ຕ່າງປະ​ເທດ​ເຂົ້າ ​ຫວຽດນາມ ​ຊຸກຍູ້​ການ​ລົງທຶນ, ພັດທະນາ​ເສດຖະກິດ - ນີ້​ແມ່ນ​ເນື້ອ​ໃນ​ທີ່​ຜູ້​ແທນ​ຫຼາຍ​ທ່ານ​ໄດ້​ຍົກ​ອອກ​ມາ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຂົ້າ, ອອກ​ເມືອງ, ການອາ​ໄສ​ຂອງ​ຊາວ​ຕ່າງປະ​ເທດ ຢູ່ ຫວຽດນາມ, ​ໂດຍ​ຄະນະ​ສະມາ​ຊິກສະ​ພາ​ແຫ່ງ​ຊາດ ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ໃນ​ວັນ​ທີ 17/2. ຕາມ​ບັນດາ​ສະມາ​ຊິກ​ສະພ​າ​ແຫ່ງ​ຊາດ​ແລ້ວ, ປະຈຸ​ບັນ, ປະ​ເທດ​ພວມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ນັບ​ມື້​ນັບ​ເລີກ​ເຊິ່ງ, ກ້ວາງ​ຂວາງ, ​ເລື່ອງ​ສ້າງ​ເງື່ອນ​ໄຂ​ສະດວກ​ກ່ຽວ​ກັບ​ລະບຽບການ​ເຂົ້າ, ອອກ​ເມືອງ​ເພື່ອ​ດຶງ​ດູດ​ບັນດາ​ແຫຼ່ງກຳລັງ, ພັດທະນາ​ເສດຖະກິດ​ແມ່ນ​ຈຳ​ເປັນ. ​ໃນ​ບັນດາ​ກົດ​ລະບຽບ​ກ່ອນ​ນີ້, ລັດ​ໄດ້​ອອກ​ໜັງສື​ໃບ​ອະນຸຍາດ​ໃຫ້​ແຂກ​ຕ່າງປະ​ເທດ ​ໂດຍ​ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ສາກົນ​ຂອງ ຫວຽດນາມ ຈັດ​ຕັ້ງ​ເຂົ້າ​​ເມືອງຢ້ຽມຢາມ, ທ່ອງ​ທ່ຽວ, ພ້ອມ​ທັງ, ກຳນົດ​ກ່ຽວ​ກັບ​ການ​ອອກ​ວີ​ຊາ​ສ່ວນ​ຕົວ​ໃຫ້​ນັກ​ທ່ອງທ່ຽວ. ນີ້​ແມ່ນ​ບາດກ້າວ​ບຸກທະລຸ, ສ້າງ​ຄວາມ​ສະ​ດວກ​ເພື່ອ​ສົ່ງ​ເສີມ​ການທ່ອງທ່ຽວ​ພັດທະນາ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ຮ່າງ​ກົດໝາຍ ບໍ່​​ເຕື້ອງ​ເຖິງ​ບັນຫາ​ນີ້​ເທື່ອ, ຫາກພຽງ​ແຕ່​ກຳນົດ​ອອກ​ວີ​ຊາ​ໃຫ້​ແຂກ​ທ່ອງ​ທ່ຽວ​ມີ​ຄວາມ​ຕ້ອງການສິ່ງ​ດັ່ງກ່າວ, ຈະ​ກໍ່​ຄວາມ​ຫຍຸ້ງຍາກ​ໃຫ້​ອົງການ​ອອກວີ​ຊາ. ບັນດາ​ຜູ້​ແທນ​ສະ​ເໜີ​ວ່າ: ຮ່າງ​ກົດໝາຍ​ຄວນ​ກຳນົດ​ກ່ຽວ​ກັບ​ການ​ອອກ​ໜັງສື​ໃບ​ອະນຸຍາດ​ຢ້ຽມຢາມ, ທ່ອງ​ທ່ຽວ​ໃຫ້​ແຂກ​ຕ່າງປະ​ເທດ​ເຂົ້າ​ເມືອງ​ຢ້ຽມ​ຢາມ, ທ່ອງ​ທ່ຽວ​ເພື່ອ​ພັດທະນາ​ຂະ​ແໜງ​ທ່ອງ​ທ່ຽວ​.

ຂ່າວ/ບົດ​ອື່ນ