ສ້າງເງື່ອນໄຂສະດວກເພື່ອຜັນຂະຫຍາຍກຸ່ມໂຄງການອາຍແກສແປງBບັນລຸປະສິດທິຜົນສູງສຸດ

(VOVWORLD) -ຕອນບ່າຍວັນທີ 16 ມັງກອນ, ທີ່ການຕ້ອນຮັບທ່ານ Tasuo Yasunaga, ປະທານ ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານຂັ້ນສູງຂອງກຸ່ມບໍລິສັດ Mitsui ປະເທດຍີ່ປຸ່ນ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢູງ ຢືນຢັນວ່າ: ລັດຖະບານຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກເພື່ອຜັນຂະຫຍາຍລະບົບໂຄງການອາຍແກສ B ບັນລຸປະສິດທິຜົນສູງສຸດ. 
ສ້າງເງື່ອນໄຂສະດວກເພື່ອຜັນຂະຫຍາຍກຸ່ມໂຄງການອາຍແກສແປງBບັນລຸປະສິດທິຜົນສູງສຸດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢູງ  ຕ້ອນຮັບທ່ານ Tasuo Yasunaga,ປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານຂັ້ນສູງຂອງກຸ່ມບໍລິສັດ Mitsui 

ທ່ານຮອງນາຍົກລັດຖະມົນຕີ ຕີລາຄາສູງບັນດາໝາກຜົນລະອຽດທີ່ບັນລຸໄດ້ໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຂອງທ່ານ Tasuo Yasunaga. ທ່ານຮອງນາຍົກລັດຖະມົນຕີ ສະເຫນີ ກຸ່ມບໍລິສັດ Mitsui  ດ້ວຍກຳລັງຄວາມສາມາດ ແລະ ບົດຮຽນຂອງຕົນ, ອາດຈະສືບຕໍ່ຄົ້ນຄ້ວາ, ຊອກຮູ້ບັນດາໂຄງການພື້ນຖານໂຄງລ່າງໃຫຍ່ເພື່ອຮ່ວມມືຜັນຂະຫຍາຍຢູ່ຫວຽດນາມ.

ທ່ານ Tasuo Yasunaga ຢືນຢັນວ່າ ລະບົບໂຄງການອາຍແກສແປງ B ແມ່ນຫນຶ່ງໃນບັນດາໂຄງການຮ່ວມມືສຳຄັນທີ່ສຸດຂອງກຸ່ມບໍລິສັດ Mitsui. ສະນັ້ນ ກຸ່ມບໍລິສັດ Mitsui ຂອງຍີ່ປຸ່ນ ຈະຮ່ວມມືຢ່າງແຫນ້ນແຟ້ນກັບກຸ່ມບໍລິສັດນ້ຳມັນອາຍແກສແຫ່ງຊາດ ຫວຽດນາມ ແລະ ບັນດາຄູ່ຮ່ວມມື ເພື່ອຜັນຂະຫຍາຍໂຄງການຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ