ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດອີຕາລີ ລົງທຶນຢູ່ຫວຽດນາມ
ທ່ານ Bendetto Della Vedova, ລັດຖະມົນຕີຊ່ວຍວ່າການ
ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ອີຕາລີ
(ພາບ: ilgiornale.it)
(vovworld) - ຕອນຄຳ່ວັນທີ 25/11, ທ່ານ ເລແທງລຽມ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບຄະນະທູຕານຸທູດ ແລະ ວິສາຫະກິດ ອີຕາລີ, ໂດຍທ່ານ Bendetto Della Vedova, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ອີຕາລີ, ນຳໜ້າພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສການຮ່ວມມືລະຫວ່າງບັນດາວິສາຫະກິດຫວຽດນາມ-ອີຕາລີ, ເຊິ່ງດຳເນີນຢູ່ນະຄອນໂຮ່ຈິມິນວັນທີ ໃນ26/11. ທ່ານ ເລແທງລຽມ ຖືວ່າ: ການເຂົ້າຮ່ວມເວທີປາໄສຢູ່ນະຄອນໂຮ່ຈິມິນ ຈະຊ່ວຍຄະນະກຳໄດ້ຂໍ້ມູນຂ່າວກໍ່ຄືເຫັນໄດ້ສະພາບເສດຖະກິດ-ສັງຄົມຂອງນະຄອນໂຮ່ຈິມິນ, ຈາກນັ້ນເປີດກາລະໂອກາດຮ່ວມມື ລະຫວ່າງນະຄອນໂຮ່ຈິມິນ ແລະ ອີຕາລີ ໃນອະນາຄົດ. ທ່ານ ເລແທງລຽມ ກໍ່ສະແດງຄວາມປາດຖະໜາວ່າ: ນະຄອນໂຮ່ຈິມິນ ເພີ່ມທະວີການຮ່ວມມື ກັບອີຕາລີ ໃນບັນດາຂົງເຂດທີ່ຂອງອີຕາລີມີທ່າແຮງຄື: ອຸດສາຫະກຳ, ປະດິດສ້າງ, ການຜະລິດສິນຄ້າ, ສາທາລະນະສຸກ, ວັດທະນະທຳ ແລະ ການສຶກສາ.