ສ້າງເງື່ອນໄຂເພື່ອໃຫ້ການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ

ສ້າງເງື່ອນໄຂເພື່ອໃຫ້ການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ - ảnh 1
(ພາບ​ປະ​ກອບ: sggp.org.vn)

(vovworld) - ໃນ​ການປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ທ່ອງ​ທ່ຽ​ວ (ສະ​ບັບ​ປັບ​ປຸງ) ໃນ​ວາ​ລະ​ປຶກ​ສາ​ຫາ​ລືຢ​ູ່​ໜ່ວຍ ໃນ​ຕອນ​ເຊົ້າ​ວັນ​ທີ 08/11, ໃນ​ຂອບ​ເຂດກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທ​ີ 2, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 14, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຖື​ວ່າ, ເລື່ອງ​ປັບ​ປຸງ​ກົດ​ໝາຍ ເພື່ອ​ແນ​ໃສ່​ສ້າງ​ຕັ້ງ​ກົນ​ໄກ​ນິ​ຕິ​ກຳ​ປົກ​ປ​້ອງ​ສິດ​ຜົນ​ປະ​ໂຫຍດອັນ​ຊອບ​ທຳ​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ທີ່​ເຄື່ອນ​ໄຫວ​​ດ້ານ​ການ​ທ່ອງ​ທ່ຽ​ວ, ຍົກ​ສ​ູງ​​ຄວາມ​ສາ​ມາດແກ່ງ​ແຍ້ງ. ​ສະ​ມາ​ຊິກ​ສະ​ພາ​ແຫ່​ງ​ຊາດ​ຫຼາຍ​ທ່ານ​ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ຈຸດ​ໃໝ່​​ທີ່​ເປັນ​ໜ້າ​ສົນ​ໃຈຂອງ​ຮ່າງ​ກົ​ດ​ໝາຍ​ຄື: ກຳ​ນົດ​ພັນ​ທະ​ຂອງວິ​ສາ​ຫະ​ກິດດຳ​ເນີນ​​ທຸ​ລະ​ກິດການ​​ທ່ອງທ່ຽວ​ຕ້ອງ​ຊື້​ປະ​ກ​ັນ​ໄພ​ໃຫ້​ນັກ​ທ່ອງ​ທ່ຽວ​ທຸກ​ຄົນ ແທນ​​ທີ່​ພຽງ​ແຕ່​ຊື້​ປະ​ກັນ​ໄພ​ໃຫ້​ນັກ​ທ່ອງ​ທ່ຽວ​ຫວຽດ​ນາມ ໄປ​ທ່ອງ​ທ່ຽ​ວ​ຢູ່​ຕ່າງ​ປະ​ເທດ​ຄື​ຂໍ້​ກຳ​ນົດ​ພວມ​ປະ​ກາດ​ໃຊ້; ເພີ່ມ​ເຕີ່ມ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ໜັງ​ສື​​ອະ​ນຸ​ຍາດດຳ​ເນີນ​ທຸ​ລະ​ກິດ​​ດ້ານ​ການ​ທ່ອງທ່ຽວ​ພາຍ​ໃນ​ປະ​ເທດ, ເງື່ອນ​ໄຂ​ດຳ​ເນີນ​​ທຸ​ລະ​ກິດ ດ້ານ​ການ​ທ່ອງທ່ຽວໄດ້​ຮັບ​ການ​ກຳ​ນົດ​ຢ່າງ​ງ່າຍ​ດາຍກວ່າ. ກ່ຽວ​ຂ​້ອງ​ເຖິງ​ຂໍ້​ກຳ​ນົດ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ໄດ້​ຮັບ​ອະ​ນຸ​ຍາດ​​ໃຫ້ດຳ​ເນີນ​​ທຸ​ລະ​ກິດດ້ານ​ການ​ທ່ອງທ່ຽວ​ຢູ່​ຫວຽດ​ນາມ. ທ່ານ ເວືອງວັນ​ຊ໋າງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ລາວ​ກາຍ ໃຫ້​ຮູ້​ວ່າ.

        “ເລື່ອງ​ໃຫ້​ຊາວ​ຕ່າງ​ປະ​ເທ​ດ​ເຂົ້າ​ຮ່ວມ​ການ​ດຳ​ເນີນ​ທຸ​ລະ​ກິດ​​ດ້ານ​ການ​ທ່ອງ​ທ່ຽວ ແມ່ນ​ເໝາະ​ສົມ, ຍ້ອນ​​ການດຳ​ເນີນ​ທ​ຸ​ລະ​ກິດ​ຕ້ອງ​ມີ​ການ​ແກ່ງ​ແຍ້ງ ຈຶ່ງ​ສາ​ມາດ​ພັດ​ທະ​ນາ​, ພິ​ເສດ​ແມ່ນ​ໃນ​ຍຸກ​ສະ​ໄໝ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ບັນ​​ຫາ​ຢູ່​ທີ່ນີ້​ແມ່ນ, ພວກ​ເຮົາ​ຕ້ອງ​ຄຸ້ມ​ຄອງ​ປັດ​ໃຈ​ຊາວ​ຕ່າງ​ປະ​ເທດ ຜ່ານ​ເຄື່ອງ​ມື​ກົດ​ໝາຍ​ຄື​ແນວ​ໃດ”.

        ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ທີ 08/11, ສະ​​ມາ​ຊິກ​ສະພາ​ແຫ່ງ​ຊາດ​ໄດ​້​ປຶກ​ສາ​ຫາ​ລື​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ຊົນ​ລະ​ປະ​ທານ.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ສະ​ພາ​ແຫ່ງ​ຊາດ​​ໄດ້ຮັບ​ຟັງ​ໃບ​ສະ​ເໜີ ແລະ ບົດ​ລາຍ​​ງານກ​ວດ​ກາຮ່າງ​ກົດ​ໝາຍ​ໜູນ​ວ່າ​ດ້ວຍ​ການຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ; ສະ​ພາ​ແຫ່ງ​ຊາດ​ກໍ່ປຶກ​ສາ​ຮ່າງ​ມະ​ຕິ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ມະ​ຕິ​ເລກ​ທີ 55 ກ່ຽວ​ກັບ​ການ​ຍົກ​ເວັ້ນ, ​ຫຼຸດ​ຜ່ອນ​ພາ​ສີ​ນຳ​ໃຊ້​ທີ່ດິນ​ກະ​ສິ​ກຳ ແລະ ລົງ​ຄະ​ແນ​ນ​ສຽງ​ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ແຜນ​ກາງ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່​ໄລ​ຍະ 2016 – 2020.

ຂ່າວ/ບົດ​ອື່ນ