ສ້າງເສັ້ນຊາຍແດນຫວຽດນາມ-ຈີນສັນຕິພາບ,ສະຖຽນລະພາບ,ມິດຕະພາບ,ຮ່ວມມືແລະພ້ອມກັນພັດທະນາ
(ພາບປະກອບ)
(vovworld) - ກອງປະຊຸມສະຫລຸບ 5 ປີແຫ່ງການຜັນຂະຫຍາຍອະນຸສັນຍາກ່ຽວກັບຂີດເສັ້ນຊາຍແດນປັກຫຼັກໝາຍຊາຍແດນ, ສັນຍາກ່ຽວກັບຂໍ້ກຳນົດຄຸ້ມຄອງຊາຍແດນ ແລະ ສັນຍາກ່ຽວກັບດ່ານຊາຍແດນ ແລະ ສັນຍາກ່ຽວກັບດ່ານຊາຍແດນ ແລະ ຂໍ້ກຳນົດຄຸ້ມຄອງດ່ານຊາຍແດນທາງບົກ ຫວຽດນາມ - ຈີນ (ເອີ້ນຫຍໍ້ວ່າແມ່ນເອກະສານນິຕິກຳກ່ຽວກັບຊາຍແດນ 3 ສະບັບ) ທີ່ຫາກໍ່ດຳເນີນຢູ່ນະຄອນ ໜາມໜີງ, ເຂດປົກຄອງດ້ວຍຕົນເອງຂອງຊົນເຜົ່າ ຈວາງ ແຂວງ ກວາງຊີ (ຈີນ). ເມື່ອຕີລາຄາກ່ຽວກັບບັນດາໝາກຜົນທີ່ພົ້ນເດັ່ນໃນ 5 ປີແຫ່ງການຜັນຂະຫຍາຍເອກະສານນິຕິກຳກ່ຽວກັບຊາຍແດນທາງບົກ ຫວຽດນາມ - ຈີນ 3 ສະບັບ, ທ່ານ ຫງວຽນແອງຢຸງ ຮອງຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດ ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ, ເລື່ອງຜັນຂະຫຍາຍເອກກະສານ 3 ສະບັບ ກ່ຽວກັບຊາຍແດນທາງບົກ ຫວຽດນາມ - ຈີນ ຖືກດຳເນີນຢ່າງສະດວກພໍສົມຄວນ. ທ່ານ ຫງວຽນແອງຢຸງ ຮອງຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດ ເນັ້ນໜັກວ່າ: ໃນວິວັດແຫ່ງການປະຕິບັດ ເອກະສານນິຕິກຳ 3 ສະບັບກ່ຽວກັບຊາຍແດນທາງບົກ ຫວຽດນາມ - ຈີນ ໂດຍພື້ນຖານແມ່ນຖືກດຳເນີນຢ່າງສະດວກທີ່ສຸດ. ບັນດາເອກະສານນີ້ ແມ່ນກອບກົດໝາຍຢ່າງຄົບຖ້ວນ ແລະ ຮອບດ້ານ ກ່ຽວກັບວຽກງານຄຸ້ມຄອງຊາຍແດນເວົ້າລວມ ກໍ່ຄືວຽກງານທີ່ກ່ຽວຂ້ອງອື່ນໆເວົ້າສະເພາະ. ກອງປະຊຸມກໍ່ຍົກອອກບັນດາຈຸດທີ່ຍັງຄົງຄ້າງ ເພື່ອພ້ອມກັນແກ້ໄຂ ແນໃສ່ສືບຕໍ່ນຳບັນດາເອກະສານຊາຍແດນເຂົ້າສູ່ຊີວິດຕົວຈິງຢ່າງເລິກເຊິ່ງກ່ວາ, ຕິດພັນກັບສະພາບຕົວຈິງກ່ວາ ເພື່ອພ້ອມກັນປະຕິບັດເປົ້າໝາຍສ້າງເສັ້ນຊາຍແດນ ຫວຽດນາມ - ຈີນ ສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ຮ່ວມມື ແລະ ພ້ອມກັນພັດທະນາ.