ສ້າງໂຄງການຫນູນຊ່ວຍກຳລັງຄວາມສາມາດປ້ອງກັນເຫດແລະຫລຸດຜ່ອນແຮງງານເດັກຢູ່ຫວຽດນາມ

ສ້າງໂຄງການຫນູນຊ່ວຍກຳລັງຄວາມສາມາດປ້ອງກັນເຫດແລະຫລຸດຜ່ອນແຮງງານເດັກຢູ່ຫວຽດນາມ - ảnh 1
ພາບ​ປະ​ກອບ:internet

(vovworld)- ຕອນ​ເຊົ້າ​ວັນ​ທີ 17/9, ຢູ່ ຮ່າ​ໂນ້ຍ, ກະ​ຊວງ​ແຮງ​ງານ​ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ຫວຽດ​ນາມ ສົມ​ທົບ​ກັບ​ກະ​ຊວງ​ແຮງ​ງານ ອາ​ເມ​ລິ​ກາ ແລະ ອົງ​ການ​ແຮງ​ງານ​ສ​າ​ກົນ (ILO) ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ແຫ່ງ​ຊາດ “ສ້າງ​ໂຄງ​ການ​ຫ​ນູນ​ຊ່ວຍ​ກຳ​ລັງ​ຄວາມ​ສາ​ມາດ​ປ້ອງ​ກັນ​ເຫດ ແລະ ຫລຸ​ດ​ຜ່ອນ​ແຮງ​ງານ​ເດັກ​ຢູ່ ຫວຽດ​ນາມ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ຖື​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ລັດ​ຖະ​ບານ​ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ການ​ປົກ​ປ້ອງ ແລະ ເບີ່ງ​ແຍງ​ເດັກ​ນ້ອຍ​ເວົ້າ​ລວມ ກໍ​ຄື​ປ້ອງ​ກັນ​ເຫດ, ຫລຸດ​ຜ່ອນ​ແຮງ​ງານ​ເດັກ​ເວົ້າ​ສະ​ເພາະ. ໂຄງ​ການ​ນີ້​ປະ​ກອບ​ສ່ວນ​ຊ່ວຍ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ, ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ປ້ອງ​ກັນ​ເຫດ, ຫລຸດ​ຜ່ອນ​ແຮງ​ງານ​ເດັກ​ຢູ່​ທຸກ​ຂັ້ນ ແລະ ໃນ​ອົງ​ການ​ກ່ຽວ​ຂ້ອງ​ກໍ​ຄື​ໃນ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ທົ່ວ​ສັງ​ຄົມ.

 

ຂ່າວ/ບົດ​ອື່ນ