(vovworld) - ທ່ານ ເຈີນວັນຮ໋ຽວ, ຮອງລັດຖະມົນຕີກະຊວງການເງິນຫວຽດນາມ ໃຫ້ຮູ້ວ່າ: ນາຍົກລັດຖະມົນຕີຫວຽດນາມ ຈະຮັບຟັງກຸ່ມບໍລິສັດນ້ຳມັນອາຍແກດຫວຽດນາມ ລາຍງານແຜນຮ່າງສ້າງໂຄງປະກອບຄືນໃໝ່ກ່ອນວັນທີ 31/3. ຕາມທ່ານຮອງລັດຖະມົນຕີ ເຈີນວັນຮ໋ຽວ ແລ້ວ, ດ້ວຍຈຸດໝາຍສ້າງໂຄງປະກອບຄືນໃໝ່ ເພື່ອແນໃສ່ຊ່ວຍກຸ່ມບໍລິສັດເຄື່ອນໄວຢ່າງມີປະສິດທິຜົນກ່ວາອີກ, ມີການພັດທະນາ ດ້ວຍກຳລັງແກ່ງແຍ້ງລະດັບສາກົນ. ເພາະນີ້ແມ່ນກຸ່ມບໍລິສັດຕົ້ນຕໍມີການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພື້ນຖານເສດຖະກິດ, ມີຊັບສົມບັດກວມປະມານ 30%, ນຳໃຊ້ທຶນກວມປະມານ 37% ໃນກຸ່ມວິສາຫະກິດແຫ່ງລັດ. ດັ່ງນັ້ນ, ໃນແຜນຮ່າງສ້າງໂຄງປະກອບກຸ່ມບໍລິສັດ, ກຸ່ມບໍລິສັດນ້ຳມັນອາຍແກດແຫ່ງຊາດຫວຽດນາມຄວນສຸມໃສ່ຈັດຕັ້ງຍຸດທະສາດດຳເນີນທຸລະກິດຢູ່ພາຍໃນ ແລະ ຕ່າງປະເທດຄືນໃໝ່, ບົນພື້ນຖານນັ້ນສ້າງໂຄງປະກອບຂະແໜງ, ອາຊີບ...ຄືນໃໝ່.
ຕາມທ່ານ ຟູ່ງດິ່ງຖືກ, ປະທານສະພາສະມາຊິກກຸ່ມບໍລິສັດນ້ຳມັນອາຍແກດແຫ່ງຊາດຫວຽດນາມ ແລ້ວ, ຈຸດໝາຍຂອງການສ້າງໂຄງປະກອບກຸ່ມບໍລິສັດ ແມ່ນສ້າງກຸ່ມບໍລິສັດນ້ຳມັນອາຍແກດຫວຽດນາມ ກາຍເປັນວິສາຫະກິດແຫ່ງລັດດີທີ່ສຸດ, ແມ່ນເສົາຄ້ຳຂອງເສດຖະກິດແຫ່ງລັດ. ສ້າງໂຄງປະກອບຄືນໃໝ່ ເພື່ອຍົກສູງປະສິດທິຜົນ, ກຳລັງແກ່ງແຍ້ງ ແລະ ພັດທະນາແບບຍືນຍົງ, ສືບຕໍ່ຮັກສາທີ່ຕັ້ງແມ່ນກຸ່ມບໍລິສັດອັນດັບໜຶ່ງຂອງຫວຽດນາມ ແລະ ສູ້ຊົນໃນໄລຍະ 5 ປີຈະມາເຖິງ ໂດຍເປັນກຸ່ມບໍລິສັດເສດຖະກິດເຂັ້ມແຂງໃນພາກພື້ນ, ມີລະດັບຈະເລີນເຕີບໂຕສະເລ່ຍແຕ່ 18 – 20%/ປີ.