ສ້າງໜ້າປະຫວັດສາດທີ່ສະຫງ່າລາສີກ່ຽວກັບມູນເຊື້ອຂອງຊາວໜຸ່ນຕະລຸມບອນ ຫວຽດນາມ
(VOVWORLD) -ການເຄື່ອນໄຫວແມ່ນເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນ, ເສຍສະຫຼະຂອງຊາວໜຸ່ມຕະລຸມບອນລຸ້ນຕ່າງໆ, ພ້ອມທັງສຶກສາອົບຮົມມູນ ເຊື້ອ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ສຶກສາອົບຮົມອຸດົມການປະຕິວັດໃຫ້ແກ່ ລູ້ນໜູ່ມ ຫວຽດນາມ.
ທ່ານ ຫວູຈ້ອງກິມ, ປະທານ ສູນກາງສະມາຄົມ ອະດີດຊາວໜຸ່ມຕະລຸມບອນ ຫວຽດນາມ ກ່າວຄຳເຫັນທີ່ລາຍການ (ພາບ: TTXVN) |
ຕອນເຊົ້າ 12 ມັງກອນ, ສູນກາງຄະນະຊາວໜູ່ມກອມມຸນິດ ໂຮ່ຈີມິນ ໄດ້ສົມທົບກັບສູນກາງສະມາຄົມ ອະດີດຊາວໜຸ່ນຕະລຸມບອນ ຫວຽດນາມ ຈັດຕັ້ງລາຍການສະເຫຼີມສະຫຼອງ 55ປີແຫ່ງວັນປະທານ ໂຮ່ຈີມິນ ມາຢ້ຽມຢາມ ແລະ ໂອ້ລົມຢູ່ ກອງປະຊຸມ ໃຫຍ່ແຂ່ງຂັນບັນດາກອງຊາວໜຸ່ມຕະລຸມບອນຕ້ານ ອາເມລິກາ ກູ້ຊາດ (12/2/1967 – 12/1/2022). ການເຄື່ອນໄຫວແມ່ນເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນ, ເສຍສະຫຼະຂອງຊາວໜຸ່ມຕະລຸມບອນລຸ້ນຕ່າງໆ, ພ້ອມທັງສຶກສາອົບຮົມມູນ ເຊື້ອ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ສຶກສາອົບຮົມອຸດົມການປະຕິວັດໃຫ້ແກ່ ລູ້ນໜູ່ມ ຫວຽດນາມ.
ກ່າວຄຳເຫັນທີ່ລາຍການ, ທ່ານ ຫວູຈ້ອງກິມ, ປະທານ ສູນກາງສະມາຄົມ ອະດີດຊາວໜຸ່ມຕະລຸມບອນ ຫວຽດນາມໃຫ້ຮູ້ວ່າ: ໄລຍະ 2022 – 2025, ສູນກາງຄະນະຊາວໜຸ່ມ ແລະ ສູນກາງສະມາຄົມ ອະດີດຊາວໜຸ່ມຕະລຸມບອນ ຫວຽດນາມ ຈະຕັ້ງໜ້າຍູ້ແຮງຫຼາຍ ເນື້ອໃນສົມທົບກັນດ້ວຍຈຸດສຸມຄື: ຫັນ ຂໍ້ມູນກ່ຽວກັບ ຊາວໜຸ່ມຕະລຸມບອນ ແລະ ບັນດາສະຖານທີ່ປະຫວັດສາດຂອງ ຊາວໜູ່ນຕະລຸມບອນເປັນດີຈີຕອນ; ເປັນເສນາທິການ, ສະເໜີຕໍ່ ພັກ, ລັດພິຈາລະນາມອບ “ຫຼຽນໄຊ ຊາວໜຸ່ມຕະລຸມບອນທີ່ສະຫງ່າລາສີ”; ສົມທົບກັບບັນດາກະຊວງ,ຂະແໜງການຢັ້ງຢືນລະຫັດຊື່ບັນດາໜ່ວຍງານ ຊາວໜຸ່ມຕະລຸມບອນທີ່ເຄີຍສ້າງຕັ້ງ, ເຄື່ອນໄຫວໃນສະໄໝຕ່າງໆ ແລະ ແກ້ໄຂລະບອບ, ນະໂຍບາຍໃຫ້ຊາວໜຸ່ມຕະ ລຸມບອນຕໍ່ກໍລະນີທີ່ຍັງບໍ່ໄດ້ຮັບນະໂຍບາຍເທື່ອ.