ສາຍຟິມຮູບເງົາ 22 ເລື່ອງໃນງານມະໂຫລານຮູບເງົາເອກະສານເອີລົບ-ຫວຽດນາມ

(VOVWORLD) -ງານມະໂຫລານຟິມຮູບເງົາເອກະສານເອີລົບ - ຫວຽດນາມ ຈະດຳເນີນເປັນເວລາ 10 ວັນ (ແຕ່ວັນທີ 01 – 10 ຕຸລາ).

ສາຍຟິມຮູບເງົາ 22 ເລື່ອງໃນງານມະໂຫລານຮູບເງົາເອກະສານເອີລົບ-ຫວຽດນາມ - ảnh 1 ງານມະໂຫລານຟິມຮູບເງົາເອກະສານເອີລົບ - ຫວຽດນາມ ຈະດຳແຕ່ວັນທີ 01 – 10 ຕຸລາ

(ພາບ:cand.com.vn)

ຮູບເງົາເອກະສານ 22 ເລື່ອງຂອງ 10 ປະເທດເອີລົບ ແລະ ຫວຽດນາມ, ໃນຈຳນວນນັ້ນມີຫຼາຍຟິມຮູບເງົາຍາດໄດ້ລາງວັນທີ່ມີຊື່ສຽງ ຈະໄດ້ສາຍຕາມລຳດັບຮັບໃຊ້ຜູ້ຊົມຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມີນ ໂດຍບໍ່ເກັບຄ່າ. ນີ້ແມ່ນຂໍ້ມູນຂ່າວເຊິ່ງບໍລິສັດຟິບຮູບເງົາເອກະສານ ແລະ ວິທະຍາສາດສູນກາງ ຍົກອອກມາທີ່ການຖະແຫຼງຂ່າວໃນວັນທີ 29 ກັນຍາ, ຢູ່ຮ່າໂນ້ຍ.

          ຜ່ານບັນດາຮູບເງົານັ້ນ, ຜູ້ຊົມມີໂອກາດຊອກຫາກ່ຽວກັບປະຊາຊົນ, ສັງຄົມຫວຽດນາມ ກໍຄືບັນດາປະເທດໃນໂລກຢ່າງເລິກເຊິ່ງກວ່າ. ປີ 2020, ຫວຽດນາມ ເຂົ້າຮ່ວມສາຍຮູບເງົາເອກະສານ 12 ເລື່ອງ ພ້ອມກັບຮູບເງົາສາກົນ 10 ເລື່ອງທີ່ມາຈາກບັນດາປະເທດຄື: ໂອຕາລິດ, ແບນຊິກ, ຝລັ່ງ, ອີຕາລີ, ເຢຍລະມັນ, ອິດສະຣາແອັນ, ແອັດສະປາຍ, ສະວິດ, ສ.ເຊັກໂກ ແລະ ລາຊະອານາຈັກອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ