ສາຍຮູບເງົາເອກະສານ“ເຈື່ອງຊາ-ຫວຽດນາມ“ທີ່ງານມະໂຫລານຮູບເງົາເອກະສານເອີລົບ-ຫວຽດນາມຄັ້ງທີ7

ສາຍຮູບເງົາເອກະສານ“ເຈື່ອງຊາ-ຫວຽດນາມ“ທີ່ງານມະໂຫລານຮູບເງົາເອກະສານເອີລົບ-ຫວຽດນາມຄັ້ງທີ7 - ảnh 1
(ພາບປະກອບ)

(vovworld) - ງານ​ມະ​ໂຫລານ​ຮູບ​ເງົາ​ເອກະສານ​ເອີ​ລົບ - ຫວຽດນາມ​ ຄັ້ງ​ທີ 7 ຈະ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ ​ແຕ່​ວັນ​ທີ 10-19/6 ​ແລະ ຢູ່​ນະຄອນ​ໂຮ່ຈີ​ມິນ​ແຕ່​ວັນ​ທີ 11-20/6. ຮູບ​ເງົາ​ເອກະສານ “​ເຈື່ອງ​ຊາ - ຫວຽດນາມ“​ ​ໄດ້​ຮັບ​ເລືອກ​ເຟັ້ນ​ເພື່ອ​​ແນະນຳທີ່​ງານ​ມະ​ໂຫລານຄັ້ງ​ນີ້.

        ງານ​ມະ​ໂຫລານ​ຮູບ​ເງົາ​ເອກະສານ​ເອີ​ລົບ - ຫວຽດນາມ​ ຄັ້ງ​ທີ 7 ສຸມ​ໃສ່​ແນະນຳ​ບັນດາ​ຮູບ​ເງົາ​ເອກະສານ​ຂອງ​ຫວຽດນາມ ທີ່​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ວົງ​ການ​ນັກວິຊາການ. ບັນດາ​ຮູບ​ເງົາ​ລວມມີ​ຫຼາຍ​ຫົວ​ຂໍ້​ທີ່​ແຕກ​ຕ່າງ​ກັນ​, ກ່ຽວຂ້ອງ​ເຖິງ​ປະຫວັດສາດ, ວັດທະນະທຳ ​ແລະ ສັງຄົມ​ຂອງ​ປະ​ເທດ​ຊາດ. ຮູບ​ເງົາ“​ເຈື່ອງ​ຊາ - ຫວຽດນາມ“​ ​ແນະນຳ​ກ່ຽວ​ກັບປະຫວັດ​ແຫ່ງ​ການສ້າງ​ຕັ້ງ ​ແລະ ພັດທະນາ​ຂອງ​ເຈື່ອງ​ຊາ, ພ້ອມ​ທັງ​ຢັ້ງຢືນ​ອະທິປະ​ໄຕ ກໍ່​ຄື​ຄວາມ​ຕັດສິນ​ໃຈ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ທະ​ເລ​ເກາະ​ຂອງ​ປະຊາຊົນ​ຫວຽດນາມ.

ຂ່າວ/ບົດ​ອື່ນ