ສາດ​ສະ​ດາ​ຈານ ມະ​ຫາ​ວິ​ທະ​ຍາ​ໄລ Kanagawa: ລັດ​ຖະ​ບານ ຍີ່​ປຸ່ນ ຖື​ເປັນ​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​ພົວ​ພັນ​ກັບ ຫວຽດ​ນາມ

(VOVWORLD) -ຕອນເຊົ້າວັນທີ 29 ເມສາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໄດ້ອອກຈາກ ໂຕກຽວ ເພື່ອໄປປະຕິບັດງານຢູ່ຕ່າງປະເທດ. ນີ້ແມ່ນການໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດ ນັບແຕ່ທ່ານເຂົ້າຮັບດຳລົງຕຳແໜ່ງ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ຈະໄປຢ້ຽມຢາມ 3 ປະເທດ ອາຊີຕາເວັນອອກສ່ຽງໃຕ້ ຄື ອິນໂດເນເຊຍ (ແຕ່ວັນທີ 29 – 30/4), ຫວຽດນາມ (ແຕ່ວັນທີ 30/4 – 1/05) ແລະ ໄທ (ແຕ່ວັນທີ 1 – 2/05).
ສາດ​ສະ​ດາ​ຈານ ມະ​ຫາ​ວິ​ທະ​ຍາ​ໄລ Kanagawa: ລັດ​ຖະ​ບານ ຍີ່​ປຸ່ນ ຖື​ເປັນ​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​ພົວ​ພັນ​ກັບ ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida (ພາບ: Kyodo/TTXVN)

ເມື່ອແລກປ່ຽນກັບນັກຂ່າວຂອງສຳນັກຂ່າວສານ ຫວຽດນາມ ປະຈຳ ໂຕກຽວ, ກ່ອນການເດີນທາງທີ່ສຳຄັນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida, ສາດສະດາຈານ, ປະລິນຍາເອກ ທ່ານນາງ Mie Oba ສັງກັດມະຫາວິທະຍາໄລ Kanagawa ເນັ້ນໜັກວ່າ ລັດຖະບານ ຍີ່ປຸ່ນ ຖືເປັນສຳຄັນທີ່ສຸດຕໍ່ການພົວພັນກັບ ຫວຽດນາມ. ສິ່ງດັ່ງກ່າວ ໄດ້ສ່ອງແສງໃຫ້ເຫັນ ເລື່ອງ ຍີ່ປຸ່ນ ຊ່ວຍເຫຼືອສິນຄ້າ ແລະ ອຸປະກອນປ້ອງກັນຊາດໃຫ້ແກ່ ຫວຽດນາມ, ກໍຄືການຮ່ວມມືໃນຂົງເຂດຮັກສາຄວາມໝັ້ນຄົງໃນການເດີນທະເລ.

        ຕາມ ທ່ານນາງ Mie Oba ແລ້ວ, ການພົວພັນລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ແມ່ນການພົວພັນຕ່າງຝ່າຍຕ່າງມີຜົນປະໂຫຍດ. ສຳລັບ ຫວຽດນາມ, ການພົວພັນກັບ ຍີ່ປຸ່ນ ກໍມີຄວາມສຳຄັນທີ່ສຸດ ເພື່ອຮັກສາຄວາມສົມດຸນລະຫວ່າງບັນດາປະເທດມະຫາອຳນາດໃຫ້ເປັນຢ່າງດີ. ກົງກັນຂ້າມ, ການເພີ່ມທະວີການພົວພັນຂອງ ຫວຽດນາມ ກໍຈະນຳເອົາທ່າແຮງຂະໜາດໃຫຍ່ມາໃຫ້ ຍີ່ປຸ່ນ.

         

ຕອບກັບ

ຂ່າວ/ບົດ​ອື່ນ