ສາດສະດາຈານຊາວ ຫວຽດນາມ ໄດ້ຮັບລາງວັນອັນສູງສົ່ງຂອງສະຫະສະມາຄົມເຄມີລາຊະວົງ ອັງກິດ

(VOVWORLD) - ສາດສະດາຈານ ຫງວຽນທິກິມແທັງ, ພວມເຮັດວຽກຢູ່ມະຫາວິທະຍາໄລ UCL ລາຊະອານາຈັກ ອັງກິດ, ຍາດໄດ້ລາງວັນໃນຄັ້ງນີ້ຍ້ອນມີບັນດາການປະກອບສ່ວນສຳຄັນໃນການຄົ້ນຄ້ວາພື້ນຖານກ່ຽວກັບເຄມີສັງລວມ ແລະ ບັນດາການໄຈ້ແຍກກ່ຽວກັບລັກສະນະຟິຊິກຂອງ nano plasmonic
ສາດສະດາຈານຊາວ ຫວຽດນາມ ໄດ້ຮັບລາງວັນອັນສູງສົ່ງຂອງສະຫະສະມາຄົມເຄມີລາຊະວົງ ອັງກິດ - ảnh 1ທ່ານນາງ ຫງວຽນທິກິມແທັງ
(ພາບ: ມະຫາວິທະຍາໄລ UCL)

ທ່ານນາງ ຫງວຽນທິກິມແທັງ, ສາດສະດາຈານ ຊາວ ຫວຽດນາມ ໄດ້ຮັບນາມມະຍົດແມ່ນຜູ້ຮັບໄຊຊະນະຍາດໄດ້ລາງວັນລະຫວ່າງຂະແໜງ (Interdisciplinary Prize) ຂອງສະຫະສະມາຄົມເຄມີລາວົງ ອັງກິດ (RSC) ເຊິ່ງຮັບຮູ້ຄວາມດີເລີດໃນການຄົ້ນຄ້ວາ ແລະ ການປ່ຽນໃໝ່ມີຫົວຄິດປະດິດສ້າງ. ສາດສະດາຈານ ຫງວຽນທິກິມແທັງ, ພວມເຮັດວຽກຢູ່ມະຫາວິທະຍາໄລ UCL ລາຊະອານາຈັກ ອັງກິດ, ຍາດໄດ້ລາງວັນໃນຄັ້ງນີ້ຍ້ອນມີບັນດາການປະກອບສ່ວນສຳຄັນໃນການຄົ້ນຄ້ວາພື້ນຖານກ່ຽວກັບເຄມີສັງລວມ ແລະ ບັນດາການໄຈ້ແຍກກ່ຽວກັບລັກສະນະຟິຊິກຂອງ nano plasmonic. ທ່ານນາງ ປອ Helen Pain, ຜູ້ອຳນວຍການຝ່າຍບໍລິຫານສະຫະສະມາຄົມເຄມີລາຊາວົງອັງກິດ, ໃຫ້ຮູ້ວ່າ: ການຄົ້ນຄ້ວາຂອງ ສາດສະດາຈານ ຫງວຽນທິກິມແທງ ແມ່ນຕົວຢ່າງທີ່ດີເລີດກ່ຽວກັບສາຍເຫດເປັນຫຍັງໂລກຈຶ່ງໄດ້ເຊີດຊູວິທະຍາສາດຍິ່ງໃຫຍ່.

        ລາງວັນຂອງສະຫະສະມາຄົມເຄມີລາຊະວົງ ອັງກິດ ແມ່ນໜຶ່ງໃນບັນດາລາງວັນທີ່ມີມາແຕ່ດົນນານ ແລະ ມີອິດທິພົນຊື່ສຽງທີ່ສຸດໃນໂລກ, ເຊິ່ງຮັບຮູ້ບັນດາຜົນງານຂອງສ່ວນບຸກຄົນ, ຫົວໜ່ວຍ ແລະ ອົງການຕ່າງໆໃນການພັດທະນາຂະແໜງເຄມີ.  ມາຮອດປະຈຸບັນ, ມີນັກເຄມີ 60 ທ່ານໄດ້ຮັບການເຊີດຊູຈາກສະຫະສະມາຄົມເຄມີລາຊະວົງ ອັງກິດ ແລະ ຫລັງຈາກນັ້ນບັນດາການຄົ້ນຄ້ວານັ້ນກໍ່ໄດ້ຮັບລາງວັນ Nobel.

ຕອບກັບ

ຂ່າວ/ບົດ​ອື່ນ