ສາ​ທາ​ລະ​ນະ​ລັດ ເຊັກ​ໂກ ຫຼຸດ​ຜ່ອນ​ການ​ເອື​່ອຍ​ອີງຕໍ່​ແຫຼ່ງ​ອາຍ​ແກັດຂອງ ລັດ​ເຊຍ ລົງ 1/3 ເທົ່າ ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ

(VOVWORLD) -ວັນທີ 24 ກໍລະກົດ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສ.ເຊັກໂກ Jozef Sikela ໃຫ້ຮູ້ວ່າ ກຸ່ມບໍລິສັດພະລັງງານຂອງປະເທດນີ້, ປັດຈຸບັນ ສາມາດຮັບປະກັນການສະສົມແຫຼ່ງອາຍແກັດ ປະມານ 3 ຕື້ ແມັດກ້ອນ ຢູ່ຮາກຖານໃໝ່ຢູ່ ໂຮນລັງ. 
ສາ​ທາ​ລະ​ນະ​ລັດ ເຊັກ​ໂກ ຫຼຸດ​ຜ່ອນ​ການ​ເອື​່ອຍ​ອີງຕໍ່​ແຫຼ່ງ​ອາຍ​ແກັດຂອງ ລັດ​ເຊຍ ລົງ 1/3 ເທົ່າ ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ - ảnh 1(ພາບປະກອບ: Expats)

ເປັນອັນວ່າ, ຄາດວ່າ ໃນເດືອນ 9 ຈະມາເຖິງນີ້, ປະເທດນີ້ ຈະສາມາດຫຼຸດຜ່ອນການເອື່ອຍອີງແຫຼ່ງອາຍແກັດຈາກ ລັດເຊຍ ໄດ້ 1/3 ເທົ່າ. ທ່ານໃຫ້ຮູ້ວ່າ ລັດຖະບານ ຈະຕ້ອງຮັບປະກັນຄວາມຕ້ອງການອາຍແກັດໃນຮາກຖານສະສົມແຫ່ງຕ່າງໆ, ເມື່ອມີເຕັມແລ້ວ ຈະໜູນຊ່ວຍຄວາມຕ້ອງການນຳໃຊ້ໃນໄລຍະ ແຕ່ 1 ຫາ 2 ເດືອນ ຈະມາເຖິງ. ເລື່ອງເຊົ່າບັນດາຮາກຖານສະສົມຢູ່ຕ່າງປະເທດ ອາດຈະເສຍງົບປະມານນັບລ້ານ ເອີໂຣ ຕໍ່ປີ, ເຖິງຢ່າງໃດກໍຕາມຕົວເລກຊັດເຈນ ຍັງບໍ່ທັນໄດ້ປະກາດເທື່ອ.

        ຕາມບົດລາຍງານ, ການສະສົມອາຍແກັດຢູ່ ສ.ເຊັກໂກ ໃນປັດຈຸບັນ ໄດ້ປະມານ 77% ແລ້ວ ແລະ ອາດຈະຕອບສະໜອງຄວາມຕ້ອງການບໍລິໂພກຮອດເດືອນມັງກອນ ປີ 2023. ເລື່ອງເພີ່ມແຫຼ່ງສະສົມຈາກຮາກຖານໃໝ່ຢູ່ ໂຮນລັງ ຊ່ວຍປະເທດນີ້ສາມາດແກ່ຍາວຮອດເດືອນ ມີນາ  2023.

ຫາຍດັງ - ນັກຂ່າວ VOV ປະຈຳ ສ.ເຊັກໂກ


 

ຕອບກັບ

ຂ່າວ/ບົດ​ອື່ນ