ສານຂອງສະຫະປະຊາຊາດເນື່ອງໃນໂອກາດສົງຄາມກາງເມືອງຊີຣີຄົບຮອບ5ປີ

ສານຂອງສະຫະປະຊາຊາດເນື່ອງໃນໂອກາດສົງຄາມກາງເມືອງຊີຣີຄົບຮອບ5ປີ - ảnh 1
ທ່ານ Filippo Grandi, ຂະ​ຫຼວງ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ຊາວ​ອົບ​ພະ​ຍົບ
(ພາບ​ປະ​ກອບ: unhcr)

(vovworld) –​ ຊີ​ຣີ ແມ່ນ​ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ ແລະ ມະ​ນຸດ​ສະ​ທຳ​ໃຫຍ່ກວ່າ​ໝູ່​ໃນ​ທຸກ​ສະ​ໄໝ. ນັ້ນ​ແມ່​ນ​ຄຳ​ຢັ້ງ​ຢືນ​ຂອງຂະ​ຫຼວງ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ຊາວ​ອົບ​ພະ​ຍົບ ທ່ານ Filippo Grandi ແລະ ທູດ​ພິ​ເສດ​ອົງ​ການຊາວ​ອົບ​ພະ​ຍົບ​ແຫ່ງສະ​ຫະ​ປະ​ຊາ​ຊາດ (UNHCR) ທ່ານ​ນາງ Angelina Jolie Pitt ໃນ​ບົດ​ກ່າວ​ປາ​ໄສ​ເນື່ອງ​ໃນ​ໂອ​ກາດວັນ​ເກີດສົງ​ຄາມ​ກາງເມືອງ​ຊີ​ຣີ​ ຄົບ​ຮອບ 5 ປີ. 2 ທ່ານນີ້​ໄ​ດ້​ພ້ອມ​ກັນ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ປ່ອຍ​ບ້ວງ​ເງິນ​ທ​ີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ຮີບ​ດ່ວນ ເພື່ອ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ຊີ​ຣີ, ພ້ອມ​ທັງ​ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂວິ​ກິດ​ການນີ້. ທ່ານ Grandi ໃຫ້​ຮູ້​ວ່າໂລກ​ພວມ​ຢືນ​ຢູ່​ “ທາງ 3 ແຍກ” ແລະ “ຖ້າໂລກ​​ພຽງ​ແຕ່ກະ​ທຳ​ເພື່ອ​ຜົນ​ປະ​ໂຫຍດ​ຢ​ູ່​ຕໍ່​ໜ້າ ​ຫຼື ​ຍ້ອ​ນຂາດ​ຄວາມ​ກ້າ​ຫານ ​ຈຶ່ງບໍ່​ສາ​ມາດ​ພ້ອມ​ກັນ​ເຄື່ອນ​ໄຫວ​ໄດ້, ພວກ​ເຮົາ​ຈະຕ້ອງກິນ​ແໜງ​ຍ້ອນ​ພາດ​ໂອ​ກາດ​ພ້ອມ​ກັນ​ເຄື່ອນ​ໄຫວ​ເພື່ອ​ມະ​ນຸດ”. ໃນ​ຂະ​ນະ​ນັ້ນ, ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວຢູ່​ຕາ​ລ​ີ​ບານ, ທ່ານ​ນາງ Angelina Jolie Pitt ໄດ້​ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ລັດ​ຖະ​ບານ​ສຸ​ມ​ໃສ່​ເຂົ້າ​ໃນ​ເຫດ​​ຜົນ​ຕົ້ນ​ຕໍ, ສະ​ແດງ​ຄວາມ​ກ້າ​ຫານ ແລະ ວິ​ໄສ​ທັດ​ມອງກວ້າງ​ເຫັນ​ໄກ ເມື່ອ​ຍົກ​ອອກ​ບັນ​ດາ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ. ທ່ານ​ນາງກ​ໍ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ລັດ​ຖະ​ບານຕ້ອງ​ເຄົາ​ລົບ​ສົນ​ທ​ິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ຊາວ​ອົບ​ພະ​ຍົບ ແລະ ບັນ​ດາ​ກົດ​ໝາຍ​ພື້ນ​ຖານ​ກ່ຽວ​ກັບ​ສິດ​​ຂອງມະ​ນຸດ.

ຂ່າວ/ບົດ​ອື່ນ