ສານຕັດສິນຈຳຄຸກ ຕະຫຼອດຊີວິດສຳລັບ ນາຍທຳມະໂລງ ໃນ ລະບອບຂະແມແດງ

   ສານຕັດສິນຈຳຄຸກ ຕະຫຼອດຊີວິດສຳລັບ ນາຍທຳມະໂລງ ໃນ ລະບອບຂະແມແດງ - ảnh 1
Kaing Guek Eav ຫຼື Duch ທີ່ການປະຊຸມສານຢູ່ພະນົມເປັນເມື່ອວັນທີ 3/2
(ພາບ:dantri.com.vn)

  (VOV World). ໃນຄຳຕັດສິນສຸດທ້າຍທີ່ປະຊຸມສານຂັ້ນອຸທອນ ຊຶ່ງຖຶກຈັດຂຶ້ນໃນວັນທີ 3 ກຸມພາ, ສານພິພາກສາໂທດກຳຂອງຂະແມແດງ ( ECCC) ​ໄດ້​ຕັດສິນຍົກ​ລະດັບການ​ປະຕິບັດ​ໂທດ​​ເປັນຈຳ​ຄຸກຕະຫຼອດ​ຊີວິດ ສຳລັບ Kaing Guek Eav ຫຼື ( Duch) ​ນາຍທຳມະ​ໂລງທີ່​ໂຫດຮ້າຍຢູ່​ຄຸກ Tuol Sleng S-21 ​ໃນ​ລະບອບ​ຂະ​ແມ​ແດງ. ​ເດືອນ​ກໍລະກົດ​ປີ​ 2010 ສານ ECCC ​ໄດ້​ປະກາດ​ຕັດສິນ​ໂທດ​ຈຳ​ຄຸກ 35 ປີ ສຳລັບ Duch ຍ້ອນ​ການ​ກະທຳ​ຜິດ​ຖານ​ກໍ່​ໂທດ​ກຳ​ສົງຄາມ ​ແລະ ບັນດາ​ໂທດ​ກຳ​ຕ້ານ​ມວນມະນຸດ. ​ ​ໃນ​ລະບອບ​ຂະ​ແມ​ແດງ, ຄຸກ Tuol Sleng S-21 ​ໂດຍ Duch ​ເປັນ​ຜູ້​ຮັບຜິດຊອບ ​ແຕ່ 1976 ຫາ 1979 ​ຖືກ​ຖື​ວ່າ ​ເປັນ​ສູນ​ກາງຂອງ​ກົງຈັກ​ປ້ອງ​ກັນ​ຄວາມ​ສະຫງົບ, ຢູ່​ແຫ່ງ​ນີ້ ກັກ​ຂັງ​ນັກ​ໂທດ​ປະມານ 16000 ຄົນ ​ແລະ ພວກ​ເຂົາ​ເກືອບທັງ​ໝົດ ​ໄດ້​ຖືກ​ສັງຫານ. ມີ​ຊາວ​ກຳປູ​ເຈຍ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ​ໃນ​ນັ້ນ​ມີ​ພະສົງ​ສຳມະ​ເນັນ ​ແລະ ບັນ​ດາຜູ້​ລອດ​ຊີວິດມາ​ໄດ້​ຈາກ​ລະບອບ​ຂະ​​ແມ​ແດງ ​ໄດ້​ມາ​ຮ່ວມການປະຊຸມສານ.

ຂ່າວ/ບົດ​ອື່ນ