ສານປີໃໝ່ ຄ.ສ 2016 ຂອງບັນດາການນຳໃນໂລກ

ສານປີໃໝ່ ຄ.ສ 2016   ຂອງບັນດາການນຳໃນໂລກ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ ປູ​ຕິນ


(vovworld)- ຮຸ້ງ​ເຊົ້​າວັນ​ທີ 1/1/2016, ປະ​ທາ​ນາ​ທິ​ບໍ​ດີ ຝະ​ລັ່ງ Francois Hollande ໄດ້​ມີ​ບົດ​ປາ​ໄສ​ເນື່ອງ​ໃນ​ໂອ​ກາດ ຕ້ອນ​ຮັບ​ປີ​ໃໝ່ ຄ.ສ 2016. ໃນ​ສານ​ທີ່​ສົ່ງ​ເຖິງ​ຊາວ​ຝະ​ລັ່ງ​ທຸກ​ຖ້ວນ​ໜ້າ, ປະ​ທາ​ນາ​ທິ​ບໍ​ດີ ຝະ​ລັ່ງ Francois Hollande ໄດ້​ເນັ້ນ​ໜັກ​ເຖິງ​ໄພ​ເກີດ​ການກໍ່​ການ​ຮ້າຍ​ຄັ້ງ​ໃໝ່. ປະ​ທາ​ນາ​ທິ​ບໍ​ດີ ຝະ​ລັ່ງ Francois Hollande ໄດ້​ຖື​ວ່າ ໜ້າ​ທີ່​ສຳ​ຄົນ​ກວ່າ​ໝູ່​ໃນ​ປະ​ຈຸ​ບັນ ແມ່ນ​ຕ້ອງ​ປ້ອງ​ກັນ​ພົນ​ລະ​ເມືອງ​ຝະ​ລັ່ງ.

      ໃນ​ວັນ​ດຽວ​ກັນ, ໃນ​ສານຕ້ອນ​ຮັບ​ປີ​ໃໝ່ ຄ.ສ 2016, ອົງ​ສັນ​ທະ​ປະ​ປາ Francis ໄດ້​ຮຽກ​ຮ້ອງ​ສື່ມວນ​ຊົນ​ສາ​ກົນ ຈົ່ງ​ໃຫ້​ຂ່າວທີ່​ຕັ້ງ​ໜ້າ​ຢ່າງຫຼວງຫຼາຍ ແທນ​ທີ່​ຂ່າວ​ຮ້າຍ​ທີ່ກໍ່​ຄວາມ​ສະ​ຫຍົດ​ສະ​ຫຍອງ​ໃຫ້​ແກ່ມວນ​ຊົນ.

    ກ່ອນ​ໜ້ານັ້ນ, ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ ປູ​ຕິນ ກໍໄດ້​ມີ​ບົດ​ປາ​ໄສ​ເນື່ອງ​ໃນ​ໂອ​ກາດ ຕ້ອນ​ຮັບ​ປີ​ໃໝ່ ຄ.ສ 2016 , ໃນ​ນັ້ນ ທ່ານ​ໄດ້​ເນັ້ນ​ໜັກ​ເປັນ​ພິ​ເສດ​ເຖິງ​ນ້ຳ​ໃຈ​ສາ​ມັກ​ຄີ​ຂອງ​ຊາວ​ລັດ​ເຊຍ ແລະ ສະ​ແດງ​ໃຫ້​ເຫັນຄວາມພ້ອມ​ແລ້ວ​ຮັບ​ມື​ກັບ​ສິ່ງທ້າທາຍໃນ​ປະ​ຈຸ​ບັນ.

 

ຂ່າວ/ບົດ​ອື່ນ